ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງນາຍົກລັດຖະມົນຕີ ໃຫ້ກຽດຕ້ອນຮັບ ຮອງເຈົ້າແຂວງຢຸນໜານ.

Sep 25, 2025

ວັນທີ 24 ກັນຍາ 2025 ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ສີ ຫ້າວ, ຮອງເຈົ້າແຂວງ ຢູນໜານ, ສປ ຈີນ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 23-26 ກັນຍາ 2025.
ໃນໂອກາດດັ່ງກ່າວ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງທ່ານ ຮອງເຈົ້າແຂວງຢູນໜານ ພ້ອມດ້ວຍຄະນະ ໃນຄັ້ງນີ້, ພ້ອມທັງ ສະແດງຄວາມຊົມເຊີຍຕໍ່ກັບການໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງ ຮອງເຈົ້າແຂວງຢູນໜານ ໃນເດືອນກຸມພາທີ່ຜ່ານມາ. ນອກຈາກນັ້ນ, ຍັງຕີລາຄາສູງ ຕໍ່ສາຍພົວພັນ ແລະ ການຮ່ວມມື ລາວ-ຈີນ ໂດຍສະເພາະ ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ, ໝັ້ນຄົງ, ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ້ຮ່ວມຊະຕາກໍາ ລາວ-ຈີນ, ຈີນ-ລາວ ເວົ້າລວມ, ເວົ້້າສະເພາະ ແມ່ນການພົວພັນຮ່ວມມື ລະຫວ່າງ ສປປ ລາວ ກັບ ແຂວງຢຸູນໜານ ໃນຂະແໜງການຕ່າງໆ ເປັນຕົ້ນ ການພັດທະນາໂຄງລ່າງພື້ນຖານຂະໜາດໃຫຍ່, ການສະໜັບສະໜູນຊ່ວຍເຫຼືອພັດທະນາຊັບພະຍາກອນມະນຸດ ແລະ ອື່ນໆ ຊຶ່ງໄດ້ນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວ-ຈີນ ຢ່າງຫຼວງຫຼາຍ. ນອກນີ້, ຍັງໄດ້ສະເໜີໃຫ້ພາກສ່ວນກ່ຽວຂ້ອງຂອງ ສປປ ລາວ ແລະ ແຂວງຢຸນໜານຮ່ວມ ສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດໂຄງການທີ່ລັດຖະບານທັງສອງຝ່າຍ ໄດ້ຕົກລົງແລ້ວ ໃຫ້ສຳເລັດຕາມແຜນການ ເປັນຕົ້ນ ຮ່ວມກັນວາງແຜນ ແລະ ນຳໃຊ້ໂຄງການທາງລົດໄຟ ລາວ-ຈີນ ໃຫ້ເກີດປະໂຫຍດສູງສຸດ; ຍົກລະດັບດ່ານຊາຍແດນຕ່າງໆ ໃຫ້ມີຄວມສະດວກໃນການເຂົ້າ-ອອກຂອງຄົນ ແລະ ສິນຄ້າ; ຊ່ວຍຊຸກຍູ້ພິຈາລະນາອະນຸມັດໃຫ້ໂຄງການກໍ່ສ້າງທາງດ່ວນ ແຕ່ບໍ່ເຕັນ ຫາ ນະຄອນຫຼວງວຽງຈັນ ແນໃສ່ໃຫ້ສາມາດເປີດນຳໃຊ້ໃນປີ 2030; ສືບຕໍ່ປະຕິບັດແຜນພັດທະນາ ທີ່ປິ່ນອ້ອມທາງລົດໄຟ; ການປະຕິບັດໂຄງການຊ່ວຍເຫຼືອລ້າ; ຊຸກຍູ້ສົ່ງເສີມໃຫ້ນັກທຸລະກິດ-ນັກລົງທຶນ, ປະຊາຊົນຈີນ ກໍຄື ປະຊາຊົນແຂວງຢູນໜານ ເຂົ້າມາລົງທຶນ ແລະ ທ່ອງທ່ຽວ ສປປ ລາວ ໃຫ້ນັບມື້ຫຼາຍຂຶ້ນ.
May be an image of 9 people, dais and text May be an image of 2 people, the Oval Office and text
ຂ່າວ ແລະ ພາບ: ກົມປະຊາສໍາພັນ ຫສນຍ.