ໃນວັນທີ 3 ມິຖຸນາ 2025, ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ໂຢເກສວາ ສັງວານ (Mr. Yogeshwar Sangwan) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ອິນເດຍ ປະຈໍາ ສປປ ລາວ ພ້ອມຄະນະ ໃນໂອກາດທີ່ມາດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ປະຈໍາ ສປປ ລາວ ຄົນໃໝ່.
ໂອກາດນີ້, ພົນເອກ ວິໄລ ຫຼ້າຄໍາຟອງ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານ ໂຢເກສວາ ສັງວານ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ອິນເດຍ ປະຈໍາ ສປປ ລາວ ຜູ້ໃໝ່ ພ້ອມທັງກ່າວຊົມເຊີຍຕໍ່ການມາປະຕິບັດວຽກງານ ຂອງທ່ານເອກອັກຄະລັດຖະທູດ ແລະ ຍັງໄດ້ຕີລາຄາສູງໃນການຮ່ວມມືໃນຕໍ່ໜ້າ ເພື່ອເປັນການປະກອບສ່ວນເຂົ້າໃນການພັດທະນາປະເທດຊາດເວົ້າສະເພາະ ກໍຄື ປະກອບສ່ວນເຂົ້າໃນການຊຸກຍູ້ສາຍພົວພັນ ລາວ-ອິນເດຍ ໃຫ້ນັບມື້ນັບມີການຂະຫຍາຍຕົວ.
ພ້ອມກັນນີ້, ຍັງໄດ້ປຶກສາຫາລືແລກປ່ຽນຄວາມຄິດເຫັນໃນດ້ານວຽກງານຕ່າງໆ ເຊິ່ງທັງສອງຝ່າຍໄດ້ເຫັນດີເປັນເອກະພາບໃນການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ໂດຍສະເພາະ ຂົງເຂດວຽກງານປ້ອງກັນຄວາມສະຫງົບ ໃຫ້ນັບມືແໜ້ນແຟ້ນຍິ່ງຂຶ້ນ.
ພ້ອມນີ້, ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງຍັງໄດ້ອວຍພອນໄຊໃຫ້ ທ່ານ ໂຢເກສວາ ສັງວານ ທີ່ໄດ້ຮັບແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງໃໝ່ນີ້ ຈົງປະຕິບັດໜ້າທີ່ອັນມີກຽດທີ່ພັກ-ລັດ ມອບໝາຍໃຫ້ມີຜົນສໍາເລັດອັນຈົບງາມ ແລະ ຂໍອວຍພອນໃຫ້ສາຍພົວພັນຮ່ວມມືລະຫວ່າງ ລາວ-ອິນເດຍ ທີ່ມີມາແຕ່ດົນນານຈົງໝັ້ນຄົງທະນົງແກ່ນຕະຫຼອດໄປ.
ໂອກາດດຽວກັນນີ້, ທ່ານ ໂຢເກສວາ ສັງວານ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງມາຍັງ ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ໄດ້ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ເຮັດວຽກຮ່ວມກັບ ສປປ ລາວ ໂດຍສະເພາະ ກໍຄື ກະຊວງປ້ອງກັນຄວາມສະຫງົບ ເພື່ອປະກອບສ່ວນຊຸກຍູ້ ແລະ ສົ່ງເສີມການພົວພັນຮ່ວມມືສອງຝ່າຍໃນຂົງເຂດວຽກງານດ້ານຕ່າງໆ ໃຫ້ແຕກດອກອອກຜົນໃນອະນາຄົດ ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງປະເທດ.





