ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງປະທານກຳມາທິການບັນດາເຜົ່າ ສະພາແຫ່ງຊາດເຄື່ອນໄຫວເຮັດວຽກຢູ່ເມືອງຊຽງຮ່ອນ.

Apr 30, 2024

ຮອງປະທານກຳມາທິການບັນດາເຜົ່າ ສະພາແຫ່ງຊາດເຄື່ອນໄຫວເຮັດວຽກຢູ່ເມືອງຊຽງຮ່ອນ.
…………………………
ໃນວັນທີ 24 ເມສາ 2024ນທີ໋ຜ່ານມາຢູ່ກຸ່ມບ້ານປາກເປັດ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ທ່ານ ແກ້ວຈະເລີນ ເຊ່ຍຢິ້ງຢ່າງ ຮອງປະທານກຳມາທິການບັນດາເຜົ່າ ສະພາແຫ່ງຊາດ ພ້ອມດ້ວຍສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ໄດ້ລົງເຄື່ອນໄຫວຕິດຕາມ ກວດກາວຽກງານພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ, ເກັບກໍາຫາງສຽງຄໍາສະເໜີຕໍ່ສະພາແຫ່ງຊາດຂອງຜູ້ມີສິດເລືອກຕັ້ງຢູ່ເມືອງຊຽງຮ່ອນ ໂດຍການຕ້ອນຮັບຂອງທ່ານ ຖາວອນ ເລື່ອນແກ້ວ ຮອງເລຂາຄະນະບໍລິຫານງານພັກເມືອງ ສະມາຊິກສະພາປະຊາຊົນຂັ້ນແຂວງ ປະຈຳເຂດເລືອກຕັ້ງເມືອງຊຽງຮ່ອນ ພ້ອມດ້ວຍການນຳຂັ້ນເມືອງ, ເລຂາຄະນະພັກຮາກຖານກຸ່ມບ້ານ, ອົງການປົກຄອງບ້ານ ແລະປະຊາຊົນກຸ່ມບ້ານປາກເປັດເຂົ້າຮ່ວມຕ້ອນຮັບ.
ການລົງຄື່ອນໄຫວເຮັດວຽກໃນຄັ້ງນີ້ ທ່ານ ບຸນຈັນ ແກ້ວວິຊາ ຮອງເຈົ້າເມືອງຊຽງຮ່ອນ ໄດ້ລາຍງານສະພາບວຽກງານຮອບດ້ານຂອງເມືອງ ໂດຍທ່ານໄດ້ກ່າວວ່າ: ໃນໄລຍະ 1 ປີຜ່ານມາ. ເມືອງຊຽງຮ່ອນ ພົບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍປະການ ທາງກົງ ແລະ ທາງອ້ອມ ໂດຍສະເພາະແມ່ນຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ການປ່ຽນແປງດິນຟ້າອາກາດ, ໄພທໍາມະຊາດ, ລາຄາສິນຄ້າ, ລາຄານໍ້າມັນເຊື້ອໄຟ, ອັດຕາແລກປ່ຽນ ແລະ ອັດຕາເງິນເຟີ້ມີທ່າອ່ຽງສູງຂຶ້ນ; ແຕ່ເຖີງຢ່າງໃດກໍ່ຕາມພາຍໃຕ້ການນໍາພາ-ຊີ້ນໍາຂອງອົງການປົກຄອງເມືອງຊຽງຮ່ອນ ເຮັດໃຫ້ທົ່ວເມືອງມີສະຖຽນລະພາບທາງດ້ານການເມືອງ ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ບັນດາຄາດໝາຍສູ້ຊົນຂອງຂະແໜງການຕ່າງໆ ໄດ້ບັນລຸຕາມແຜນທີ່ວາງໄວ້ເປັນສ່ວນໃຫຍ່, ການຈັດຕັ້ງປະຕິບັດເປົ້າໝາຍວຽກງານເສດຖະກິດໄລຍະ 3 ເດືອນຜ່ານມາເຫັນວ່າເສດຖະກິດຂອງເມືອງ ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ ດ້ວຍອັດຕາການຂະຫຍາຍຕົວຂອງເສດຖະກິດໃນລະດັບ 7,15% ; ລວມຍອດມູນຄ່າຜົນຜະລິດພາຍໃນ ບັນລຸ 873,37 ຕື້ກີບ; ສະເລ່ຍຕໍ່ຫົວຄົນໜື່ງໄດ້ 24 ລ້ານກີບຕໍ່ຄົນຕໍ່ປີ. ອັດຕາຄວາມທຸກຍາກປະເມີນຕາມດໍາລັດ 348/ລບ. ປັດຈຸບັນທົ່ວເມືອງມີບ້ານພົ້ນທຸກ 28 ບ້ານ, ບ້ານບໍ່ພົ້ນທຸກ 15 ບ້ານ, ມີຄອບຄົວພົ້ນທຸກ 4.203 ຄອບຄົວ, ຄອບຄົວທຸກຍາກ 2.728 ຄອບຄົວ; ບ້ານພັດທະນາມີ 20 ບ້ານ. ວຽກງານ ປກຊ-ປກສໄລຍະຜ່ານມາແມ່ນໄດ້ສຸມໃສ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫົງບ ທົ່ວປວງຊົນຢ່າງຮອບດ້ານເອົາໃຈໃສ່ນໍາພາ-ຊີ້ນໍາໂດຍກົງ, ຫັນລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານຕາມ 4 ເນື້ອໃນ 4 ຄາດໝາຍ ຢ່າງມີຈຸດສຸມ.
ຂ່າວ-ພາບ: ໄມຢົ້ວ ຈັ້ງໜໍຫຼື