ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງປະທານປະເທດຕ້ອນຮັບທູດ ຫວຽດນາມ ຄົນໃໝ່

Oct 27, 2024

ຮອງປະທານປະເທດຕ້ອນຮັບທູດ ຫວຽດນາມ ຄົນໃໝ່
ໃນວັນທີ 25 ຕຸລານີ້ ທີ່ສໍານັກງານຫ້ອງວ່າການສູນກາງພັກ, ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງ ສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ໃນໂອກາດມາຮັບໜ້າທີ່ໃໝ່.
ໃນການພົບປະ, ສະຫາຍ ບຸນທອງ ຈິດມະນີ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ ສະຫາຍ ຫງວຽນ ມິງ ເຕິມ ທີ່ໄດ້ ຮັບການແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ຊຶ່ງເປັນການສະແດງເຖິງ ຄວາມໄວ້ເນື້ອເຊື່ອໃຈສູງຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ຕໍ່ຜົນງານການປະກອບສ່ວນຢ່າງຕັ້ງໜ້າຂອງ ສະຫາຍເອກອັກຄະລັດຖະທູດ ເຂົ້າໃນການເສີມ ຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃນໄລຍະຜ່ານມາ, ພ້ອມທັງໄດ້ສະແດງຄວາມຊົມເຊີຍ ຕໍ່ບັນດາຜົນສໍາເລັດອັນໃຫຍ່ຫຼວງ, ຮອບດ້ານທີ່ ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາດມາໄດ້ໃນຕະຫຼອດໄລຍະແຫ່ງການດໍາເນີນພາ ລະກິດປ່ຽນແປງໃໝ່, ອັນໄດ້​ເຮັດ​ໃຫ້​ ສສ ຫວຽດ​ນາມ ມີສະ​ຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ​​ຢ່າງ​ໜັກແໜ້ນ, ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບມີຄວາມເຂັ້ມແຂງ, ເສດ​ຖະ​ກິດ​ມີ​ການ​ຂະ​ຫຍາຍ​ຕົວ​ດ້ວຍ​ຈັງຫວະສູງ​ ແລະ ຕໍ່​ເນື່ອງ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ ​ໄດ້ຮັບການປັບປຸງ​​ດີ​ຂຶ້ນ, ການ​ພົວ​ພັນ​ຮ່ວມ​ມື ແລະ ເຊື່ອມໂຍງ​ສາກົນ​ ສືບຕໍ່ໄດ້​ຮັບ​ການ​ເປີດກວ້າງ, ບົດ​ບາດ​ອິດ​ທິ​ພົນ​ຂອງ ພັກ​ ແລະ ລັດ ຫວຽດ​ນາມ ນັບ​ມື້​ນັບ​ສູງ​ເດັ່ນ​ຂຶ້ນ​ໃນ​ເວ​ທີ​ພາກ​ພື້ນ ແລະ ສາ​ກົນ; ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງ ພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມ ຈະສືບຕໍ່ຍາດໄດ້ຜົນສໍາເລັດໃໝ່ ໃຫຍ່ ຫຼວງກວ່າເກົ່າ ໃນການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ໄລຍະທ້າຍສະໄໜ ແລະ ກະກຽມກອງປະຊຸມໃຫຍ່ ສະໄໝທີ XIV ໃນຕໍ່ໜ້າ ໄດ້ຢ່າງມີໄຊ ແລະ ສ້າງສາປະເທດຊາດເປັນປະເທດອຸດສາຫະກໍາຕາມທິດທັນສະໄໝ ແລະ ບັນລຸເປົ້າໝາຍ ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທໍາ, ສີວິໄລ; ພ້ອມນັ້ນ, ຍັງໄດ້ເນັ້ນວ່າ ຝ່າຍລາວ ຍິນດີຈະໃຫ້ຄວາມຮ່ວມມື, ປະສານສົມທົບຢ່າງແໜ້ນແຟ້ນ ແລະ ອໍານວຍຄວາມສະດວກໃຫ້ແກ່ ສະຫາຍທູດ ກໍຄື ສະຖານ ທູດ ໃນການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ແລະ ເຊື່ອ ໝັ້ນວ່າ ດ້ວຍບົດຮຽນ ແລະ ປະສົບການອັນດົມສົມບູນ, ສະຫາຍທູດ ຈະສາມາດປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ໄດ້ຮັບຜົນສຳເລັດຢ່າງຈົບງາມ, ສືບຕໍ່ປະຕິບັດໜ້າທີ່ການເປັນຂົວເຊື່ອມມິດຕະພາບ ແລະ ເປັນເສນາທິການໃຫ້ແກ່ ສອງພັກ, ສອງປະເທດ ໃນການເພີ່ມພູນຄູນສ້າງສາຍພົວພັນພິເສດ ລາວ- ຫວຽດນາມ.
ສະຫາຍ ຫງວຽນ ມິງ ເຕີມ ສະແດງຄວາມຂອບໃຈ ຕໍ່ການ ຕ້ອນຮັບອັນອົບອຸ່ນ, ສະແດງຄວາມປິຕິຍິນດີ ແລະ ເປັນກຽດຢ່າງສູງ ທີ່ໄດ້ຮັບການແຕ່ງຕັ້ງມາເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ; ສະແດງຄວາມຂອບໃຈ ຕໍ່ຄໍາເຫັນຊີ້ນໍາ ແລະ ເປັນເອກະ ພາບຕໍ່ການຕີລາຄາຂອງ ສະຫາຍຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ພ້ອມທັງຢືນຢັນວ່າ ຈະເຮັດສຸດຄວາມສາມາດຂອງຕົນ ໃນການເປັນເສນາທິການ, ປະສານສົມທົບຢ່າງແໜ້ນແຟ້ນກັບ ບັນດາກະຊວງ, ອົງການ, ຂະແໜງການຂອງລາວ ໃນການເພີ່ມພູມຄູນສ້າງສາຍພົວພັນ ຫວຽດນາມ-ລາວໃຫ້ສືບຕໍ່ໄດ້ຮັບການຂະຫຍາຍ ຕົວເຂົ້າສູ່ລວງເລິກ, ມີປະສິດທິຜົນກວ່າເກົ່າ ແລະ ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ນັບມື້ນັບຫຼາຍຂຶ້ນ.
ຂ່າວ: ຄຕພ