ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງປະທານປະເທດ ຊ່ວຍຫລືອປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກນ້ຳຖ້ວມຢູ່ບ້ານຫາດບໍ່ ເມືອງໜອງແຮດ

Aug 3, 2025

ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້, ຊ່ວຍເຫລືອ ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ຢູ່ບ້ານຫາດບໍ່ ເມືອງໜອງແຮດ ແຂວງຊຽງຂວາງ ໃນວັນທີ 3 ສິງຫາ 2025 ນີ້, ເຊິ່ງເປັນບ້ານທີ່ຢູ່ເຂດຫ່າງໄກສອກຫລີກ ໂດຍໄດ້ນໍາເອົາເຄື່ອງອຸປະໂພກ-ບໍລິໂພກ ເປັນຕົ້ນ ເຂົ້າສານ, ເຂົ້າຈີ່, ໜີ່, ປ໋ອງປາ, ນ້ຳດື່ມ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ໃນຄົວເຮືອນ ແລະ ອື່ນໆ ໄປມອບໃຫ້ປະຊາຊົນ ເພື່ອຊ່ວຍເຫລືອບັນເທົາທຸກ ໃນເບື້ອງຕົ້ນ.
ທ່ານ ໜໍເຢັ່ງຢ່າ ເຈົ້າເມືອງໜອງແຮດ ໄດ້ໃຫ້ຮູ້ວ່າ: ບ້ານຫາດບໍ່ ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ໃນວັນທີ 22 ກໍລະກົດ 2025 ຜ່ານມາ, ມີ 34 ຫລັງຄາເຮືອນ ໄດ້ ຮັບຜົນກະທົບ. ໃນນັ້ນ, ມີຜູ້ເສຍຊິວິດ 1 ຄົນ, ມີເຮືອນຖືກນ້ຳໄຫລຊຸ 5 ຫລັງ, ພ້ອມນີ້ຍັງມີຮ້ານຂາຍເຄື່ອງ, ຫ້ອງການບ້ານ, ໂຮງຮຽນ, ຫໍພັກຄູ, ໂຕະ, ຕັ່ງ ຖືກນ້ຳໄຫລຊຸ ເສຍຫາຍ, ຫົນທາງຖືກຕັດຂາດ ປັດຈຸບັນຍັງບໍ່ສາມາດ ເຂົ້າ-ອອກໄດ້ເທື່ອ, ພາກ ສ່ວນທີ່ກ່ຽວຂ້ອງ ພວມເລັ່ງແກ້ໄຂ. ສ່ວນຜົນເສຍຫາຍ ຍັງຢູ່ໃນຂັ້ນຕອນເກັບກຳຂໍ້ມູນຕົວຈິງ.
May be an image of 10 people, helicopter and text May be an image of 10 people, helicopter, train and text
ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ເນັ້ນໃຫ້ຄະນະນຳຂັ້ນເມືອງ ກໍຄື ອຳນາດການປົກຄອງບ້ານ ທີ່ໄດ້ຮັບຜົນກະທົບ ໃຫ້ເອົາໃຈໃສ່ແຈກຢາຍເຄື່ອງຊ່ວຍເຫລືອໃຫ້ປະຊົນໃຫ້ທົ່ວເຖິງ, ຕິດພັນກັບການປັບປຸງ, ສ້ອມແປງບັນດາພື້ນຖານໂຄງລ່າງ ເປັນຕົ້ນ ເຮືອນປະຊາຊົນ, ເສັ້ນທາງ, ໂຮງຮຽນ ແລະ ອື່ນໆ ທີ່ເປ່ເພ ເສຍຫາຍ. ພ້ອມທັງໃຫ້ລົງໃກ້ຊິດຕິດແທດ ເພື່ອຊ່ວຍເຫລືອປະຊາຊົນ ທີ່ໄດ້ຮັບຜົນກະທົບ ໂດຍສະເພາະແມ່ນ 5 ຄອບຄົວທີ່ຖືກນ້ຳໄຫລຊຸ ໃຫ້ມີທີ່ຢູ່ອາໄສ ໃນເບື້ອງຕົ້ນ, ພ້ອມທັງໃຫ້ມີແຜນເພື່ອຈັດສັນ, ຍົກຍ້າຍຄອບຄົວທີ່ຢູ່ແຄມນ້ຳ ໃຫ້ໄປຢູ່ບ່ອນທີ່ສູງກວ່າເກົ່າ ຫລື ຍົກຍ້າຍໄປຢູ່ບ່ອນໃໝ່ ເພື່ອຮັບປະກັນທາງດ້ານຊີວິດ ແລະ ຊັບສິນ ຂອງປະຊາຊົນ ແລະ ອື່ນໆ.
ຂ່າວ-ພາບ: ທະນູທອງ