ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງປະທານປະເທດ ຕ້ອນຮັບທູດສະວິດເຂົ້າຢ້ຽມຂໍ່ານັບອຳລາ

May 13, 2026

ທ່ານນາງ ວຽງທອງ ສີພັນດອນ ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ເປໂດຣ ສະວາເລັນ (PedroZwahlen) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສະວິດ ປະຈຳລາວ ຊຶ່ງມີສຳນັກງານສະຖານທູດຕັ້ງຢູ່ບາງກອກ ແຫ່ງຣາຊະອານາຈັກໄທ ເຂົ້າຢ້ຽມຂໍ່ານັບອໍາລາ ໃນວັນທີ 12 ພຶດສະພາ ນີ້ ທີ່ທຳນຽບປະທານປະເທດ, ເນື່ອງໃນໂອກາດທ່ານທູດສຳເລັດການປະຕິບັດໜ້າທີ່ການທູດປະຈຳລາວ.
ໃນໂອກາດດັ່ງກ່າວ, ທ່ານນາງ ວຽງທອງ ສີພັນດອນ ໄດ້ສະແດງຄວາມຕ້ອນຮັບຊົມເຊີຍ ແລະ ຕີລາຄາສູງຕໍ່ທ່ານທູດທີ່ສຳເລັດການປະຕິບັດໜ້າທີ່ການທູດປະຈຳລາວຄັ້ງນີ້, ຕະຫຼອດໃນໄລຍະການປະຕິ ບັດໜ້າທີ່ເປັນເວລາ 2 ປີ ກວ່າ ທ່ານທູດໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການປະກອບສ່ວນເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມື, ຊ່ວຍເຫຼືອຊຶ່ງກັນ ແລະ ກັນລະຫວ່າງ ສປປ ລາວ – ສະວິດ ທີ່ມີມູນເຊື້ອມາແຕ່ດົນນານແລ້ວນັ້ນໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ, ທ່ານຮອງປະທານປະເທດ ແຫ່ງ ສປປ ລາວ ຍັງໄດ້ອວຍພອນໃຫ້ທ່ານທູດຈົ່ງເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສຳເລັດໃນໜ້າໃໝ່ທີ່ມີກຽດຂອງທ່ານ.
ທ່ານທູດ ກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານຮອງປະທານປະເທດແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສະແດງຄວາມຂອບໃຈຕໍ່ການຈັດຕັ້ງທຸກພາກສ່ວນຂອງ ສປປ ລາວ ທີ່ໄດ້ໃຫ້ການຮ່ວມມື ແລະ ອຳນວຍຄວາມສະດວກທຸກຢ່າງຕະຫຼອດໃນໄລຍະການປະຕິບັດໜ້າທີ່ຈົນໄດ້ຮັບຜົນສຳເລັດໃນການປະຕິບັດໜ້າທີ່ໃນຄັ້ງນີ້.
ສປປ ລາວ – ສະວິດ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນໃນວັນທີ 4 ກັນຍາ 1963, ສອງປະເທດໄດ້ມີສາຍພົວພັນມິດຕະພາບບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ, ເຄົາລົບນັບຖືຊຶ່ງກັນ ແລະ ກັນ, ມີຜົນປະໂຫຍດຮ່ວມກັນ ແລະ ໄດ້ມີການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຫຼາຍລະດັບ, ການພົວຮ່ວມມືສອງຝ່າຍກໍມີທ່າເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ.
ຂ່າວ-ພາບ: ສຳນານ