ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງປະທານປະເທດ ຕ້ອນຮັບ ທູດຈີນ ປະຈໍາລາວ ຄົນໃໝ່

Dec 11, 2024

ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງສາທາລະນະລັດ ປະຊາຊົນຈີນ ປະຈໍາ ສປປ ລາວ ຄົນໃໝ່ ໃນວັນທີ 11 ທັນວາ 2024 ທີ່ນະຄອນຫລວງວຽງຈັນ.
ໃນໂອກາດດັ່ງກ່າວ, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ ທ່ານ ນາງ ຟາງຫົງ ທີ່ໄດ້ຖືກແຕ່ງຕັ້ງມາດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ, ພ້ອມທັງໄດ້ແຈ້ງສະພາບພົ້ນເດັ່ນພາຍໃນ ສປປ ລາວ ໃຫ້ຊາບ ແລະ ຕີລາຄາສູງຕໍ່ສາຍພົວພັນການຮ່ວມມື ລະຫວ່າງ ພັກ-ລັດ ສປປ ລາວ ແລະ ພັກ-ລັດ ສປ ຈີນ ໃນໄລຍະທີ່ຜ່ານມາ ທີ່ເປັນສາຍພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານ, ໝັ້ນຄົງ ຍາວນານ ຕາມທິດ 4 ດີ, ພ້ອມທັງ ສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫລືອ ສປປ ລາວ ຂອງ ສປ ຈີນ ຕະຫລອດໄລຍະຜ່ານມາ ກໍຄືປັດຈຸບັນ ແລະ ເຊື່ອໝັ້ນວ່າ ຕະຫລອດໄລຍະ ຂອງການປະຕິບັດໜ້າທີ່ການທູດຢູ່ລາວ, ທ່ານ ນາງ ຟາງຫົງ ຈະປະກອບສ່ວນເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ອັນເປັນມູນເຊື້ອລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.
ທ່ານ ນາງ ຟາງຫົງ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ນາງ ປານີ ຢາທໍ່ຕູ້ ທີ່ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້ ພ້ອມທັງໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມືກັບພັກ ແລະ ລັດຖະບານຈີນ ມາໂດຍຕະຫລອດ ແລະ ຫວັງວ່າຈະສືບຕໍ່ໃຫ້ການຮ່ວມມື ແລະ ອໍານວຍຄວາມສະດວກ ໃນການປະຕິບັດໜ້າທີ່ການທູດຂອງຕົນ ເພື່ອພ້ອມກັນສືບຕໍ່ເຮັດໜ້າທີ່ ເປັນຂົວຕໍ່ແຫ່ງການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.
ທີ່ມາ: ຂປລ