ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງປະທານປະເທດ ຕ້ອນຮັບ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ

Dec 25, 2024

ຮອງປະທານປະເທດ ຕ້ອນຮັບ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ
ໃນວັນທີ 24 ທັນວາ 2024 ນີ້, ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການ ເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາ ທິການສູນກາງພັກ, ຮອງປະທານປະເທດ ໄດ້ຕ້ອນຮັບ ສະຫາຍ ຟານ ແອັງ ເຊີນ ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະ ພາບຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງ ມາຢ້ຽມ ຢາມ ແລະ ເຮັດວຽກ ຢູ່ ສປປ ລາວ.
ໂອກາດດັ່ງກ່າວ, ສະຫາຍ ບຸນທອງ ຈິດມະນີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ສປປ ລາວ ຂອງ ຄະນະຜູ້ແທນສະຫະພັນບັນດາອົງການຈັດຕັ້ງມິດຕະ ພາບຫວຽດນາມ ຖືເປັນການປະກອບສ່ວນ ເຂົ້າໃນການເສີມຂະ ຫຍາຍ ແລະ ເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ- ຫວຽດນາມ ໃຫ້ໄດ້ຮັບການພັດທະນາ. ພ້ອມນັ້ນ, ຍັງໄດ້ ສະ ແດງຄວາມຊົມເຊີຍຕໍ່ການເຄື່ອນໄຫວ ຂອງສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ໃນການເຄື່ອນໄຫວສ້າງສາຍພົວພັນມິດຕະພາບກັບຕ່າງປະເທດ, ການພົວພັນຮ່ວມມືກັບອົງການຈັດຕັ້ງບໍ່ສັງກັດລັດຖະບານ ແລະ ໄດ້ຂົນຂວາຍທຶນ ຮອນ ມາປະກອບສ່ວນສ້າງສາພັດທະນາ ສສ ຫວຽດນາມ ເປັນຈຳນວນຫລວງຫລາຍ ຖືເປັນການປະກອບສ່ວນສຳຄັນ ໃນການ ສ້າງສາພັດທະນາ ສສ ຫວຽດນາມ.
ສະຫາຍ ຟານ ແອັງ ເຊີນ ກໍໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ບຸນທອງ ຈິດມະນີ ທີ່ໄດ້ໃຫ້ ການຕ້ອນຮັບອັນອົບອຸ່ນ, ພ້ອມທັງໄດ້ແຈ້ງຈຸດປະສົງ ຂອງການມາຢ້ຽມຢາມ ແລະ ເຮັດ ວຽກ ຢູ່ ສປປ ລາວ, ລາຍງານສະພາບການພົ້ນເດັ່ນການພັດທະ ນາ ຂອງ ສສ ຫວຽດນາມ, ລາຍງານການເຄື່ອນໄຫວຂອງສະຫະ ພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມໃຫ້ ສະຫາຍ ບຸນທອງ ຈິດມະນີ ຮັບຊາບ.
ໃນວັນດຽວກັນ, ສະຫາຍ ບຸນເຫລືອ ພັນດານຸວົງ ຮັກສາການຫົວໜ້າຄະນະພົວພັນຕ່າງປະ ເທດສູນກາງພັກ ກໍໄດ້ຕ້ອນຮັບ ສະຫາຍ ຟານ ແອັງ ເຊີນ ພ້ອມດ້ວຍຄະນະ ເຊັ່ນດຽວກັນ.
ຂ່າວ-ພາບ: ທະນູທອງ, ຂປລ