ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງປະທານປະເທດ ປ່ອນບັດເລືອກຕັ້ງ ສສຊ-ສສ ນວ ຢູ່ໜ່ວຍເລືອກຕັ້ງບ້ານໜອງບົວທອງເໜືອ

Feb 22, 2026

ໃນບັ້ນເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ (ສສຂ) ຊຸດທີ V ໃນວັນທີ 22 ກຸມພາ 2026 ນີ້, ທ່ານ ນາງ ປານີ ຢາທໍ່ຕູ່ ຮອງປະທານປະເທດ ໄດ້ປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ນະຄອນຫລວງວຽງຈັນ (ສສ ນວ) ຊຸດທີ V ຢູ່ໜ່ວຍປ່ອນບັດເລືອກຕັ້ງ ບ້ານໜອງບົວທອງເໜືອ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ໂດຍມີ ພໍ່ແມ່ປະຊາຊົນ ກໍຄື ຜູ້ມີສິດເລືອກຕັ້ງແຕ່ອາຍຸ 18 ປີຂຶ້ນໄປເຂົ້າຮ່ວມປ່ອນບັດ ເລືອກເອົາຜູ້ທີ່ມີຄວາມຮູ້, ຄວາມສາມາດ ຄົບຖ້ວນຕາມມາດຖານເງື່ອນໄຂຂອງຜູ້ສະໝັກຮັບເລືອກຕັ້ງ ເພື່ອເປັນຕົວແທນແຫ່ງສິດຜົນປະໂຫຍດຂອງປະຊາຊົນ ຢ່າງແທ້ຈິງ.
May be an image of dais and text
ບ້ານໜອງບົວທອງເໜືອ ແມ່ນບ້ານໜຶ່ງ, ຂອງ 60 ບ້ານ ທີ່ຢູ່ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ມີພົນລະເມືອງທັງໝົດ 3.148 ຄົນ, ຍິງ 1.647 ຄົນ, ຜູ້ມີສິດເລືອກຕັ້ງ 18 ປີຂຶ້ນໄປມີຈຳນວນ 2.054 ຄົນ, ຍິງ 1.105 ຄົນ, ພາຍໃນບ້ານມີ 2 ໜ່ວຍປ່ອນບັດຄື: ຈຸດທີ 1 ໜ່ວຍ 8 ປະຊົນຊົນພາຍໃນບ້ານນັບແຕ່ໜ່ວຍ 26 ເຖິງ ໜ່ວຍ 50 ໃຫ້ປ່ອນບັດເລືອກຕັ້ງທີ່ວັດສີຊົມຊື່ນ ໂດຍມີຈຳນວນພົນມາໃຊ້ສິດໃນການເລືອກຕັ້ງ 1.054 ຄົນ ແລະ ຈຸດທີ 2 ໜ່ວຍ 9 ປະຊາຊົນເລີ່ມແຕ່ໜ່ວຍ 1 ເຖິງໜ່ວຍ 25 ແມ່ນໄປໃຊ້ສິດເລືອກຕັ້ງ ຢູ່ໂຮງຮຽນ ມສ ຮຸ່ງເຮືອງ ໂດຍມີ ມີຈຳນວນພົນມາໃຊ້ສິດໃນການເລືອກຕັ້ງ 1.000 ຄົນ.
May be an image of dais, temple and text May be an image of one or more people, lighting, temple, dais and text
ຂ່າວ-ພາບ: ເກດສະໜາ