ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງປະທານປະເທດ ພົບປະກັບ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ“

Nov 19, 2025

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ, ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ໄດ້ສະເດັດເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ລະຫວ່າງວັນທີ 17-21 ພະຈິກ 2025.
ວັນທີ 18 ພະຈິກ 2025, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ພົບປະກັບເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ໂດຍ ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມປິຕິຍິນດີ ແລະ ຍິນດີຕ້ອນຮັບອັນອົບອຸ່ນ ມາຍັງເຈົ້າຍິງ ໂອໂກະ ທີ່ໄດ້ສະເດັດມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນທ່າມກາງບັນຍາກາດທີ່ສອງປະເທດ ລາວ ແລະ ຍີ່ປຸ່ນ ພວມສະເຫຼີມສະຫຼອງຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດນໍາກັນ ແລະ ຄົບຮອບ 60 ປີ ທີ່ລັດຖະບານຍີ່ປຸ່ນ ໄດ້ສົ່ງອາສາສະໝັກມາປະຕິດບັດໜ້າທີ່ຢູ່ລາວ (ເລີ່ມແຕ່ປີ 1965 ເປັນຕົ້ນມາ) ຊຶ່ງລາວ ເປັນປະເທດທໍາອິດ ສໍາລັບການຢ້ຽມຢາມທາງການຢູ່ຕ່າງປະເທດຂອງ ເຈົ້າຍິງ ໄອໂກະ ແລະ ຖືເປັນຂີດໝາຍອັນສໍາຄັນທາງປະຫວັດສາດຂອງການພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ-ຍີ່ປຸ່ນ.
ໃນການພົບປະ, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕິພາບ ແລະ ການຮ່ວມມືອັນໃກ້ຊິດ ລະຫວ່າງລາວ ແລະ ຍີ່ປຸ່ນ ທີ່ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຂຶ້ນເປັນກ້າວໆ. ໃນປີ 2015 ສອງປະເທດໄດ້ຍົກລະດັບການພົວພັນຮ່ວມມື ມາເປັນຄູ່ຮ່ວມຍຸດທະສາດ ໃນໂອກາດຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ. ພິເສດໃນປີ 2025 ສອງປະເທດ ໄດ້ຍົກລະດັບສາຍພົວພັນ ມາເປັນຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ພວມຮ່ວມກັນສະເຫຼີມສະຫຼອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງສອງປະເທດ ແລະ ຄົບຮອບ 60 ປີ ທີ່ລັດຖະບານຍີ່ປຸ່ນ ສົ່ງອາສາສະໝັກຊຸດທໍາອິດມາປະຕິບັດໜ້າທີ່ ຢູ່ລາວ ຢ່າງຟົດຟື້ນມ່ວນຊື່ນ ແລະ ມີຄວາມໝາຍສຳຄັນທີ່ສຸດ.
May be an image of ‎text that says '‎اد‎'‎
ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ຍາມໃດ ກໍໄດ້ໃຫ້ການສະໜັບສະໜູນ ແລະ ການຊ່ວຍເຫລືອອັນລໍ້າຄ່າແກ່ລາວ, ໄດ້ປະກອບສ່ວນສໍາຄັນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຂອງລາວ ເປັນແຕ່ລະໄລຍະ ໂດຍສະເພາະການພັດທະນາຊັບພະຍາກອນມະນຸດ, ການສົ່ງອາສາສະໝັກຍີ່ປຸ່ນ ມາປະຕິບັດໜ້າທີ່ ຢູ່ລາວ ແລະອື່ນໆ, ໄດ້ປະກອບສ່ວນສໍາຄັນເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ນັບມື້ນັບດີຂຶ້ນເປັນກ້າວໆ ເປັນຕົ້ນ: ການຫລຸດຜ່ອນຄວາມທຸກຍາກໃຫ້ແມ່ຍິງ ແລະ ເດັກນ້ອຍ. ພິເສດແມ່ນອົງການກາແດງລາວ ແລະ ຍີ່ປຸ່ນ ໄດ້ມີການພົວພັນຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານ ແລະ ບົດຮຽນ ເພື່ອຍົກສູງຄຸນນະພາບໃນການບໍລິການເລືອດທີ່ປອດໄພ, ຍົກສູງຂີດຄວາມສາມາດດ້ານວິຊາການ ແລະ ການປະຖົມພະຍາບານຂັ້ນພື້ນຖານ ໃຫ້ເຈົ້າໜ້າທີ່ອົງການກາແດງລາວຢູ່ ຂັ້ນສູນກາງ ແລະ ທ້ອງຖິ່ນ ໃນຊຸມປີຜ່ານມາ.
ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຫວັງວ່າ ການຢ້ຽມຢາມທາງການ ຢູ່ລາວຄັ້ງນີ້ ຂອງເຈົ້າຍິງ ໄອໂກະ ຈະເປັນຂີດໝາຍສໍາຄັນທາງປະຫວັດສາດການພົວພັນຮ່ວມມືຂອງສອງປະເທດລາວ ແລະ ຍີ່ປຸ່ນ ໂດຍສະເພາະການສົ່ງເສີມການທ່ອງທ່ຽວ ກໍຄື ການໄປມາຫາສູ່ຂອງປະຊາຊົນສອງຊາດ ໃຫ້ມີການພົບປະແລກປ່ຽນວັດທະນະທຳຫຼາຍຂຶ້ນ, ລວມທັງການສົ່ງເສີມຮ່ວມມືດ້ານເສດຖະກິດ, ພະລັງງານ, ກະສິກໍາ ແລະ ອື່ນໆ.
May be an image of text
ໃນໂອກາດນີ້, ເຈົ້າຍິງ ໄອໂກະ ໄດ້ສະແດງຄວາມປະທັບໃຈ ແລະ ຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມທັງສະແດງຄວາມຊົມເຊີຍ ແລະ ນັບຖືມາຍັງທ່ານ ນາງ ປານີ ຢາທໍ່ຕູ້ ທີ່ໄດ້ຮັບການປະດັບຫຼຽນກຽດຕິຄຸນອາທິດອຸໄທ ຊັ້ນ 1 ຈາກລັດຖະບານຍີ່ປຸ່ນ ໃນເດືອນມັງກອນ 2023 ທີ່ຜ່ານມາ, ຊຶ່ງແມ່ນຫຼຽນຂັ້ນສູງສຸດທີ່ລັດຖະບານຍີ່ປຸ່ນ ໄດ້ມອບໃຫ້ການນໍາຂັ້ນສູງຂອງຕ່າງປະເທດ, ຊຶ່ງລັດຖະບານຍີ່ປຸ່ນ ໄດ້ຕີລາຄາສູງຕໍ່ການປະກອບສ່ວນສໍາຄັນເຂົ້າໃນການສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ຍີ່ປຸ່ນ ແລະ ລາວ ທັງໃນສາຍລັດ ແລະ ສາຍສະພາ. ນອກຈາກນີ້, ເຈົ້າຍິງ ໄອໂກະ ໄດ້ສະແດງຄວາມຫວັງວ່າ ການພົວພັນຮ່ວມມືລະຫວ່າງ ຍີ່ປຸ່ນ ແລະ ລາວ ຈະສືບຕໍ່ໄດ້ຮັບການສົ່ງເສີມ ກໍຄືການ ຈັດຕັ້ງຜັນຂະຫຍາຍການເປັນ ຄູ່ຮ່ວມຍຸດທະສາດຮອບດ້ານ ລາວ-ຍີ່ປຸ່ນ ໃຫ້ມີບາດກ້າວຂະຫຍາຍຕົວຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ.
ຕອນທ້າຍ, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ອວຍພອນໄຊອັນປະເສີດ ມາຍັງເຈົ້າຍິງ ໄອໂກະ ໃຫ້ສໍາເລັດຜົນທຸກປະການ ຕະຫຼອດການສະເດັດຢ້ຽມຢາມ ສປປ ລາວ ຄັ້ງນີ້, ອວຍພອນໄຊອັນປະເສີດໄປຍັງ ສົມເດັດ ເຈົ້າຈັກກະພັດ ແລະ ພະຣາຊິນີ ພ້ອມດ້ວຍພະບໍລົມວົງສານຸວົງທຸກພະອົງ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ, ອວຍພອນໃຫ້ ປະເທດຍີ່ປຸ່ນ ແລະ ປະຊາຊົນຍີ່ປຸ່ນ ຈົ່ງສືບຕໍ່ໄດ້ຮັບຜົນສໍາເລັດໃຫຍ່ຫຼວງກວ່າເກົ່າ ໃນການພັດທະນາປະເທດ ໃຫ້ມີຄວາມຈະເລີນຮຸ່ງເຮືອງຍິ່ງໆຂຶ້ນໄປ.
May be an image of one or more people
ໃນຕອນຄໍ່າວັນດຽວກັນ, ໄດ້ມີພິທີບາສີສູ່ຂວັນ ແລະ ງານລ້ຽງຕ້ອນຮັບຢ່າງເປັນທາງການ ເປັນກຽດໃຫ້ແກ່ ເຈົ້າຍິງ ໄອໂກະ ແຫ່ງປະເທດຍີ່ປຸ່ນ ພ້ອມດ້ວຍຄະນະ ໃນໂອກາດສະເດັດມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຄັ້ງນີ້, ໂດຍການເປັນເຈົ້າພາບຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ.