ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນໂອກາດລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຈຳປາສັກ, ວັນທີ 15 ພຶດ ສະພາ 2023 ຜ່ານມາ, ທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ພ້ອມຄະນະ ໄດ້ເຄື່ອນໄຫວ ຢ້ຽມຢາມ ແລະ ພົບປະ ປະຊາຊົນບ້ານຫຽງ ເມືອງສຸຂຸມາ ແຂວງຈໍາປາສັກ ໂດຍມີ ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ, ທ່ານ ສົມເພັດ ບຸດສະດີ ເຈົ້າເມືອງສຸຂຸມາ ພ້ອມຄະ ນະນຳຂັ້ນແຂວງ, ເມືອງ, ອົງການປົກຄອງບ້ານ ແລະ ພໍ່ແມ່ ປະຊາຊົນເຂດດັ່ງກ່າວ ໃຫ້ການຕ້ອນຮັບ.
ທ່ານ ຄຸດທະວົງ ວົງຄໍາຈັນ ນາຍບ້ານຫຽງ ໄດ້ລາຍງານວ່າ: ບ້ານຫຽງ ແມ່ນບ້ານຈຸດສຸມຂອງແຂວງ, ຈຸດສຸມຂອງເມືອງ ມີພົນລະເມືອງ 3.295 ຄົນ, ມີ 489 ຫລັງ ຄາເຮືອນ, ມີ 479 ຄອບຄົວ, ໄດ້ປະກາດເປັນບ້ານພັດທະນາໃນປີ 2009 ແລະ ປະກາດເປັນບ້ານໃຫຍ່ ຄ້າຍຄືຕົວເມືອງນ້ອຍໃນຊົນນະບົດໃນປີ 2015. ໄລຍະຜ່ານມາ, ຄະນະພັກ-ອຳນາດການປົກ ຄອງບ້ານ ໄດ້ຖືສຳຄັນວຽກສຶກສາອົບຮົມການເມືອງ-ແນວຄິດເປັນກົກ ໂດຍສຸມໃສ່ການນຳເອົາແນວທາງນະໂຍບາຍ, ມະຕິ, ຄຳສັ່ງ, ເອ ກະສານ ແລະ ນິຕິກຳຕ່າງໆຂອງຄະນະພັກຂັ້ນເທິງ ມາຈັດຕັ້ງເຜີຍ ແຜ່ ໃຫ້ພໍ່ແມ່ປະຊາຊົນພາຍໃນບ້ານເປັນປົກກະຕິ; ໄດ້ເອົາໃຈໃສ່ ໃນການປຸກລະ ດົມຊຸກຍູ້ ພໍ່ແມ່ປະຊາຊົນພາຍໃນບ້ານ ທຳການຜະລິດ, ທຳມາຫາກິນ ແລະ ການປະກອບສ່ວນໃຫ້ແກ່ການພັດທະນາ ເປັນຂະບວນການໜຶ່ງໃນຂໍ້ແຂ່ງຂັນຮັກຊາດພັດທະນາ, ເລັງໃສ່ການຜະລິດເປັນສິນ ຄ້າ ເຊິ່ງເນື້ອທີ່ການຜະລິດ 1.700 ກວ່າເຮັກຕາ. ໃນນັ້ນ, ເນື້ອທີ່ນາປີ 1.458 ກວ່າເຮັກຕາ, ຜົນຜະລິດ 3,665 ໂຕນສະເລ່ຍ 2,5ໂຕນ/ເຮັກຕາ, ອັນພົ້ນເດັ່ນ ບ້ານມີຄອບຄົວຕົວແບບດ້ານການຜະລິດກະສິກຳ 10 ຄອບຄົວ, ລາຍຮັບສະເລ່ຍຕໍ່ຄົນ/ປີ 7,2 ລ້ານກີບ, ມີຄອບຄົວເຫລືອກິນ 72 ຄອບຄົວ, ຄອບຄົວກຸ້ມກິນ 417 ຄອບຄົວ, ຄອບຄົວທຸກຍາກ 29 ຄອບ ຄົວ ແລະ ພາຍໃນບ້ານມີຫົວໜ່ວຍທຸລະ ກິດ 47 ຫົວໜ່ວຍ, ວຽກການກໍ່ສ້າງພື້ນຖານໂຄງລ່າງຂອງບ້ານ ມີລະບົບໂທລະໂຄ່ງຂັ້ນບ້ານ, ຕະຫລາດ, ໂຮງຮຽນປະຖົມ-ມັດທະຍົມສົມບູນ, ໂຮງໝໍນ້ອຍ, ເສັ້ນທາງຜັງບ້ານ, ທາງເຊື່ອມຕໍ່ລະຫວ່າງບ້ານຕໍ່ບ້ານສາມາດທຽວໄດ້ 2 ລະດູ; ໄດ້ເອົາໃຈໃສ່ ແລະ ຖືສຳຄັນ ໃນການພັດທະ ນາຊັບພະຍາກອນມະນຸດ ຕາມ 3 ລັກສະ ນະ 5 ຫລັກມູນຂອງການສຶກສາ ທີ່ທາງກະຊວງສຶກສາວາງອອກ; ເອົາໃຈໃສ່ປຸກລະດົມທົ່ວສັງຄົມ ເຂົ້າໃນການພັດທະນາພຶ້ນຖານໂຄງລ່າງການສຶກສາ ແລະ ລະ ດົມນັກຮຽນພາຍໃນບ້ານໄດ້ເຂົ້າໂຮງຮຽນ ຢ່າງທົ່ວເຖິງ.
ໂອກາດນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດ ການຈັດຕັ້ງ ແລະ ການນໍາພາສ້າງບ້ານຫຽງ ເປັນບ້ານພັດທະນາ ປະຊາຊົນ ຢູ່ດີກິນດີ, ມີແບບແຜນການດຳລົງຊິວິດທີ່ໝັ້ນຄົງ ແລະ ຂໍໃຫ້ສືບຕໍ່ນໍາໃຊ້ທ່າແຮງ ເນື້ອທີ່ດິນທີ່ມີ ເພື່ອຂະຫຍາຍການຜະລິດ ໃຫ້ກຸ້ມຢູ່ກຸ້ມກິນ ແລະ ກາຍ ເປັນສິນຄ້າ; ສືບຕໍ່ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ ຖືເປັນວຽກບຸລິມະສິດທີ່ສໍາຄັນ ເພື່ອຮັບປະກັນການດໍາລົງຊີວິດຂອງປະຊາຊົນ, ເພື່ອເຮັດໃຫ້ເປັນເຂດຊາຍແດນມິດຕະພາບ ເພື່ອອຳນວຍຄວາມສະດວກໃຫ້ແກ່ການພົວພັນລະ ຫວ່າງປະເທດ, ການແລກປ່ຽນຊື້-ຂາຍ ສິນຄ້າ, ການ“ເຂົ້າ-ສົ່ງອອກສິນຄ້າ. ພ້ອມນີ້, ທ່ານຍັງເນັ້ນເຖິງບັນຫາການສຶກສາຂອງເດັກ ເອົາໃຈໃສ່ໃຫ້ເດັກນ້ອຍໄດ້ຮັບການສຶກສາໃນແຕ່ລະຂັ້ນ ແລະ ການເຂົ້າເຖິງສຸກຂາພິບານຂອງປະຊາຊົນ ໂດຍສະເພາະແມ່ນ ເດັກນ້ອຍ ແລະ ອື່ນໆ.
ຈາກນັ້ນ, ທ່ານຮອງປະທານປະເທດ ພ້ອມຄະນະ ກໍໄດ້ໄປຢ້ຽມຢາມເບິ່ງ ດ່ານປະເພນີ ຊ່ອງຕາອູ ເມືອງສຸຂຸມາ ຕື່ມອີກ.
ຂ່າວ: ພູທິບສະຫວັນ ແກ່ນບຸດຕາ