ໃນລະຫ່ວາງ ວັນ 11-12 ກັນຍາ 2024 ນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ, ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ໃຫ້ກຳລັງໃຈ ແລະ ມອບເຄື່ອງຊ່ວຍເຫລືອ ຜູ້ປະສົບໄພນໍ້າຖ້ວມຢູ່ ເມືອງຫລວງນໍ້າທາ ແຂວງຫລວງນໍ້າທາ ໂດຍການ ນໍາພາຂອງ ທ່ານ ຄໍາຟອງ ອິນມານີ ຮອງເລຂາພັກແຂວງ, ປະ ທານສະພາປະຊາຊົນ ແຂວງຫລວງນໍ້າທາ.
ໂອກາດນີ້, ທ່ານຮອງປະທານປະເທດ ພ້ອມດ້ວຍຄະນະໄດ້ໄປຢ້ຽມຢາມຈຸດພັກເຊົາຊົ່ວຄາວ ຂອງຜູ້ທີ່ປະສົບໄພນໍ້າຖ້ວມຄື: ສູນພັກເຊົາຊົ່ວຄາວ ເດີນຮົ່ມກິລາດອກປີກໄກ່, ສູນພັກເຊົາຊົ່ວ ຄາວໂຮງຮຽນ ມສ ເທສະບານແຂວງ, ສູນພັກເຊົາຊົ່ວຄາວ ຢູ່ກອງບັນຊາການທະຫານເມືອງຫລວງນໍ້າທາ ແລະ ໄດ້ໄປຢ້ຽມ ຢາມຖາມຂ່າວເບິ່ງປະຊາຊົນຢູ່ແຕ່ລະຈຸດນໍ້າຖ້ວມຕ່າງໆ ຕື່ມອີກ. ພ້ອມນີ້, ທ່ານໄດ້ນໍາເອົາເຄື່ອງອຸປະໂພກ-ບໍລິໂພກ ເປັນຕົ້ນແມ່ນເຂົ້າສານ 2,5 ໂຕນ, ປອງປາ, ໜີ່, ໄຂ່, ແຈ່ວ, ນໍ້າດື່ມ ແລະ ໝູຝອຍ ໄປມອບໃຫ້ປະຊາຊົນຢູ່ຈຸດພັກເຊົາຊົ່ວຄາວ. ໃນນັ້ນ, ຄອບຄົວທ່ານ ນາງ ປານີ ຢາທໍ້ຕູ້ ປະກອບສ່ວນມູນຄາ 160 ລ້ານກີບ, ທະນາຄານຮ່ວມທຸລະກິດລາວຫວຽດ 180 ລ້ານກີບ. ພ້ອມນີ້, ບໍລິສັດ ເອັນທີພີການຄ້າ ນໍ້າມັນເຊື້ອໄຟ ຈໍາກັດ ກໍໄດ້ມອບນໍ້າມັນໃຫ້ຄະນະສະເພາະກິດຂັ້ນແຂວງ ຈຳນວນ 14.000 ລິດ(ນໍ້າມັນກະຊວນ 10 ພັນລິດ ນໍ້າມັນອັດຊັງ 4 ພັນລິດ) ມູນຄ່າ 300 ລ້ານກີບ.
ຂ່າວ: ມຸນຕີ






