ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງປະທານປະເທດ ມອບເຄື່ອງຊວ່ຍເຫຼືອໃຫ້ປະຊາຊົນບ້ານນາຈຽງ

Oct 5, 2024

ຮອງປະທານປະເທດ ມອບເຄື່ອງຊວ່ຍເຫຼືອໃຫ້ປະຊາຊົນບ້ານນາຈຽງ
ເມືອບໍ່ດົນມານີ້, ທ່ານນາງ ປານີ ຢາທໍ່ຕູ້ ປະທານປະເທດ ເຄື່ອນໄຫວຢ້ຽມຢາມແລະມອບເຄື່ອງອຸປະໂພກ-ບໍລິໂພກ ຈໍານວນໜຶ່ງ ໃຫ້ປະຊາຊົນຊາວບ້ານນາຈຽງ ເພື່ອບັນເທົາທຸກຈາກຜົນກະທົບຈາກໄພນໍ້າຖ້ວມໃນໄລຍະທີ່ຜ່ານມາ, ພ້ອມທັງ ເຄື່ອນໄຫວຢ້ຽມຢາມສຸກສາລາບ້ານຊົ້ງ ນໍາອີກ, ໂດຍມີ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ເຂົ້າຮ່ວມຕິດຕາມ.
ໂອກາດນີ້, ທ່ານຮອງປະທານປະເທດໄດ້ພົບປະ ພໍ່ແມ່ປະຊາຊົນ ບ້ານນາຈຽງ ໂດຍສະເພາະແມ່ນຄອບຄົວຜູ້ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ. ພ້ອມທັງເນັ້ນໃຫ້ ຄະນະນໍາແຂວງ, ນະຄອນກວດກາຄືນຄູກັນນ້ຳຕ່າງໆທີ່ມີຄວາມສ່ຽງ, ການຮັບມືກັບນ້ຳປ່າ, ເອົາໃຈໃສ່ແກ້ໄຂ ຕາມສະພາບຕົວຈິງຢ່າງເປັນເຈົ້າການຮ່ວມກັນ ຂອງຄະນະນໍາແຕ່ລະຂັ້ນ ຕະຫລອດພໍ່ແມ່ປະຊາຊົນ ຢ່າງມີສະຕິ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຟື້ນຟູຄືນຊີວິດການເປັນຢູ່, ແຫລ່ງທໍາມາຫາກິນ ບ່ອນຜະລິດກະສິ ກຳ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ. ນອກນັ້ນ, ກໍໄດ້ເນັ້ນໃຫ້ເອົາໃຈໃສ່ ຕໍ່ກັບການຮໍ່າຮຽນຂອງລູກຫລານ, ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆໂດຍສະເພາະ ບັນຫາຢາເສບຕິດ.
ບ້ານນາຈຽງເປັນບ້ານທີ່ຢູ່ໃນເຂດຊານເມືອງ ເປັນພື້ນທີ່ຕໍ່າ, ເຮັດໃຫ້ນ້ຳຖ້ວມຂັງບ້ານເຮືອນ, ພື້ນທີ່ທໍາການຜະລິດຂອງປະຊາຊົນ,ກໍ່ໃຫ້ເກີດຄວາມເສຍຫາຍພື້ນທາງໂຄງລ່າງ ເສັ້ນທາງທີ່ເປັນດິນແດງກໍໄດ້ຮັບຜົນເສຍຫາຍ.