ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 22 ກັນຍາ 2022 ທ່ານນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ການຜະລິດກະສິກຳ ຢູ່ເມືອງ ທ່າແຕງ ແຂວງ ເຊກອງ ໂດຍສະເພາະ ການຜະລິດກະສິກຳເປັນສິນຄ້າຂອງບໍລິສັດ ອິໂນະຈິໂອະ ເຄພີລາວຈໍາກັດ ປູກມັນຫວານ, ດອກອັນຊັນ, ຂີງດຳພັນຢີ່ປຸ່ນ ຢູ່ບ້ານກຳກອກ ແລະ ບໍລິສັດກາດເກ້ລາວເຊກອງຈໍາກັດຜູ້ດຽວ ປູກກາເຟ ແລະ ຜະລິດກາເຟເຄິ່ງສໍາເລັດຮູບ ຢູ່ບ້ານຫ້ວຍດຳໃໝ່. ໂດຍມີທ່ານ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງ ເຊກອງ ແລະ ທ່ານ ສົມເພັດ ເອີດລັດດາ ເລຂາພັກເມືອງ ເຈົ້າເມືອງທ່າແຕງ ພ້ອມກຳມະການພັກເມືອງ ແລະ ພະແນກການກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ໂອກາດດັ່ງກ່າວ ທ່ານ ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ຮັບຟັງບົດລາຍງານຫໍ້ຍການພັດທະນາເສດຖະກິດ-ສັງຄົມຂອງເມືອງທ່າແຕງ ຈາກທ່ານ ສົມເພັດ ເອີດລັດດາ ເຈົ້າເມືອງທ່າແຕງ ໂດຍຍົກໃຫ້ເຫັນ ທົ່ວເມືອງມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ, ເສດຖະກິດຂະຫຍາຍຕົວຕໍ່ເນື່ອງສະເລ່ຍ 5,24% ຂອງ GDP, ລວມຍອດຜະລິດຕະພັນພາຍໃນປີ 2021 ບັນລຸໄດ້ 892 ຕື້ກີບ, ສະເລ່ຍໃສ່ພົນລະເມືອງໄດ້ 1.315 ໂດລາສະຫະລັດ, ທຽບໃສ່ແຜນການ 5 ປີຄັ້ງທີ 6 ປະຕິບັດໄດ້ 52,23%, ທຽບໃສ່ມະຕິ X ຂອງແຂວງບັນລຸໄດ້ 57,17%, ທຽບໃສ່ມະຕິ XI ຂອງພັກບັນລຸໄດ້ 52,18%,ໃນທົ່ວເມືອງທ່າແຕງ ມີໂຮງງານຜະລິດແປ້ງມັນຕົ້ນ 1 ແຫ່ງ, ໂຮງງານປຸງແຕ່ງກາເຟ 1 ແຫ່ງ, ໂຮງງານປຸງແຕ່ງນໍ້າຢາງພາລາ 1 ແຫ່ງ, ມີແຫຼງທ່ອງທ່ຽວທາງປະຫວັດສາດ 1 ແຫ່ງ, ທາງວັດທະນະທໍາ 3 ແຫ່ງ, ແຫຼ່ງທ່ອງທ່ຽວທາງທໍາມະຊາດ 8 ແຫ່ງ,ໃນນັ້ນແຫຼ່ງທ່ອງທ່ຽວ ທ່າແຕງ ຟາມ&ລີສອດ ແມ່ນເປັນໃບໜ້າໃໝ່ຂອງເມືອງທ່າແຕງ.
ຈາກນັ້ນ ທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ກໍໄດ້ມີຄຳເຫັນໂອ້ລົມ ໂດຍທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການນໍາຂອງເມືອງ ແລະ ກຸ່ມຜະລິດສິນຄ້າດັ່ງກ່າວ ທີ່ສາມາດສ້າງອາຊີບ ໃຫ້ປະຊາຊົນຢູ່ພາຍໃນບ້ານມີວຽກເຮັດງານທຳ, ມີລາຍໄດ້, ມີຊີວິດການເປັນຢູ່ດີຂຶ້ນ, ພ້ອມນັ້ນ ທ່ານ ຍັງເນັ້ນໃຫ້ການນໍາເມືອງທ່າແຕງ ແລະ ການນໍາຂັ້ນແຂວງ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ກັບປະຊາຊົນຢ່າງທົ່ວເຖິງ, ການໝູນໃຊ້ທີ່ດິນ, ຈັດສັນກຸ່ມປູກກາເຟ, ມັນຕົ້ນ ແລະ ອື່ນໆໃຫ້ປະຊາຊົນ, ຮັກສາທີ່ດິນໃຫ້ມີຄວາມຍືນຍົງໄປຕາມທິດສີຂຽວ, ຮັບປະກັນດ້ານສະບຽງອາຫານ, ການຍັບຢັ້ງສິນຄ້າ, ບັນຫານໍ້າມັນ, ການສະກັດກັ້ນຕ້ານໄພເງິນເຟີ້ ເພື່ອອໍານວຍຄວາມສະດວກໃຫ້ປະຊາຊົນເຂົ້າເຖິງການຜະລິດສິນຄ້າຂອງຕົນໃຫ້ເກີດດອກອອກຜົນ,ໃຫ້ເຫລືອກິນ, ກາຍເປັນສິນຄ້າສົ່ງອອກ ທັງພາຍໃນ ແລະ ຕ່າງປະເທດ ເພື່ອສ້າງແຫຼ່ງລາຍຮັບທີ່ໝັ້ນຄົງໃຫ້ແກ່ປະຊາຊົນ.
ຂ່າວ: ພອນ ບຸນອຸທິດ
May be an image of 12 people and people standing
No photo description available.
May be an image of nature and tree