ວັນທີ 14 ຕຸລາ 2025, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ພ້ອມດ້ວຍຄະນະ ໄດ້ສືບຕໍ່ເຄື່ອນໄຫວໃນໂອກາດເຂົ້າຮ່ວມກອງປະຊຸມຜູ້ນໍາໂລກວ່າດ້ວຍເເມ່ຍິງ ຢູ່ນະຄອນຫຼວງປັກກິ່ງຂອງຈີນ ໂດຍໄດ້ພົບປະສອງຝ່າຍກັບ ທ່ານ ຫານ ເຈິ້ງ ຮອງປະທານປະເທດຈີນ. ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ສະເເດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອລະຫວ່າງສອງພັກ, ສອງລັດ ເເລະ ປະຊາຊົນສອງຊາດລາວ-ຈີນ ພ້ອມທັງຊົມເຊີຍຜົນສໍາເລັດອັນຍິ່ງໃຫຍ່ ຂອງຈີນ ໃນການຈັດກອງປະຊຸມຜູ້ນໍາໂລກ ວ່າດ້ວຍແມ່ຍິງ, ກອງປະຊຸມສຸດຍອດອົງການຮ່ວມມືຊຽງໄຮ້ ຄັ້ງທີ 25 ເເລະ ພິທີລະນຶກວັນໄຊຊະນະສົງຄາມປະຊາຊົນຈີນ ຕໍ່ຕ້ານການຮຸກຮານຂອງຟາດຊິດຍີ່ປຸ່ນ ແລະ ຟາດຊິດໂລກ ຄົບຮອບ 80 ປີ ໃນເດືອນກັນຍາ 2025. ຊຶ່ງບັນດາກິດຈະກໍາທີ່ຈັດຂຶ້ນ ລ້ວນເເລ້ວສະເເດງໃຫ້ເຫັນເຖິງຄໍາໝາຍໝັ້ນ ແລະ ຄວາມພະຍາຍາມຂອງຈີນ ໃນການພັດທະນາ ແລະ ສ້າງສາໂລກ ໃຫ້ນັບມື້ນັບມີຄວາມຈະເລີນຮຸ່ງເຮືອງຂຶ້ນເລື້ອຍໆ. ຫວັງວ່າຈີນ ຈະສືບຕໍ່ໃຫ້ການຮ່ວມມື ເເລະ ສະໜັບສະໜູນລາວ ໃນດ້ານເສດຖະກິດ-ການຄ້າ, ການລົງທຶນ, ວັດທະນະທໍາ, ເຕັກໂນໂລຊີ, ການທ່ອງທ່ຽວ ລວມທັງທ່າແຮງຂອງເສັ້ນທາງລົດໄຟ ລາວ-ຈີນ ເພື່ອກະກຽມໃຫ້ແກ່ການສະເຫຼີມສະຫຼອງວັນຄົບຮອບການສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ໃນປີ 2026 ຊຶ່ງສອງປະເທດຈະຮ່ວມກັນຈັດຕັ້ງປະຕິບັດ “ປີມິດຕະພາບ ລາວ-ຈີນ, ຈີນ-ລາວ 2026”. ຕອນທ້າຍ, ຮອງປະທານປະເທດລາວ ໄດ້ເຊື້ອເຊີນການນໍາຂັ້ນສູງຂອງຈີນ ເຂົ້າຮ່ວມງານສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ເພື່ອສືບຕໍ່ຮັດເເໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອລະຫວ່າງສອງປະເທດ.

ຮອງປະທານປະເທດຈີນ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືສອງຝ່າຍ ຈີນ-ລາວ ໃນໄລຍະຜ່ານມາ ແລະ ການເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນຳໂລກ ວ່າດ້ວຍແມ່ຍິງ ຂອງຝ່າຍລາວ ໃນຄັ້ງນີ້. ຈີນ ຈະສືບຕໍ່ຮ່ວມມືກັບລາວ ຕາມການຕົກລົງຂອງສອງປະເທດໃນຂອບສອງຝ່າຍ ແລະ ຈະສືບຕໍ່ຮ່ວມມື ໃນຂອບການຮ່ວມມືຫຼາຍຝ່າຍ ຜ່ານລະບົບອົງການ ສະຫະປະຊາຊາດ, ຂອບອາຊຽນ-ຈີນ, ຂອບການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ, ວຽກງານແກ້ໄຂບັນຫາການປ່ຽນແປງຂອງດິນຟ້າອາກາດ ແລະອື່ນໆ. ພ້ອມທັງ ສະເໜີຝ່າຍລາວ ສະໜັບສະໜູນຂໍ້ລິເລີ່ມ ການປົກຄອງບໍລິຫານໂລກ (Global Governance Initiative) ຂອງ ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ.
ໃນຕອນບ່າຍວັນດຽວກັນ, ທ່ານນາງ ປານີ ຢ່າທໍຕູ້ໄດ້ໄປຢ້ຽມຢາມພື້ນຖານການຜະລິດສະຫະກອນ ປູກເຫັດ ຂອງບ້ານຟູເກີ້ຈວງ, ຕາແສງ ທົງໂຈ, ນະຄອນຫຼວງປັກກິ່ງ ທີ່ໄດ້ສ້າງອາຊີບໃຫ້ປະຊາຊົນພາຍໃນບ້ານ ໂດຍສະເພາະເພດຍິງຈຳນວນ 70% ໄດ້ປະກອບສ່ວນເປັນແຮງງານຂອງສະຫະກອນ ແລະ ມີລາຍຮັບຈາກການປູກເຫັດຂາຍເປັນສິນຄ້າ. ພ້ອມກັນນີ້, ຍັງໄດ້ແລກປ່ຽນບົດຮຽນກ່ຽວກັບການບໍລິຫານຄຸ້ມຄອງລັດຂັ້ນທ້ອງຖິ່ນ ກັບອົງການປົກຄອງບ້ານຟູເກີ້ຈວງ ແລະ ຕາແສງ ທົງໂຈ ຊານເມືອງຂອງນະຄອນຫຼວງປັກກິ່ງ. ຈາກນັ້ນ, ທ່ານໄດ້ໄປຢ້ຽມຊົມບໍລິສັດວິທະຍາສາດ ແລະ ເຕັກໂນໂລຊີກະສິກຳ ເສິນໂຈ ແອວວີເພິງ ທີ່ຄົ້ນຄວ້າ ແລະ ພັດທະນາແນວພັນພືດກະສິກຳ ພາຍໃນປະເທດຈີນ.
ສວ່ນກອງປະຊຸມຜູ້ນໍາໂລກ ວ່າດ້ວຍເເມ່ຍິງ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງານ ໂດຍກອງປະຊຸມ ໄດ້ອອກຖະແຫຼງການ ມີເນື້ອໃນກຳນົດທິດທາງການຮ່ວມມືໃນຕໍ່ໜ້າ ເພື່ອຮັບປະກັນຄວາມກ້າວໜ້າຂອງເເມ່ຍິງ ເເລະ ໄດ້ປະກາດມອບເງິນ ຈໍານວນ 10 ລ້ານໂດລາໃຫ້ເເກ່ອົງການສະຫະປະຊາຊາດ ເພື່ອແມ່ຍິງ (UN Women) ແລະປະກອບສ່ວນ ຈໍານວນ 100 ລ້ານໂດລາເຂົ້າໃນກອງທຶນການພັດທະນາສາກົນ ແລະ ການຮ່ວມມື ໃຕ້-ໃຕ້ ເພື່ອຈັດຕັ້ງປະຕິບັດບັນດາໂຄງການການພັດທະນາໃຫ້ເເກ່ເເມ່ຍິງ ເເລະ ເດັກຍິງໃນທົ່ວໂລກ.


