ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງປະທານປະເທດ ຮ່ວມໃສ່ບາດ ບຸນຫໍ່ເຂົ້າປະດັບດິນ ຢູ່ວັດໃຫຍ່ໄຊຍະພູມ ແຂວງສະຫວັນນະເຂດ

Aug 23, 2025

ຕອນເຊົ້າວັນທີ 23 ສິງຫາ 2025 ນີ້, ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງ, ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ວິໄລວົງ ບຸດດາຄໍາ ກຳມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍ ການນໍາຂອງແຂວງ ແລະ ຄະນະຕິດຕາມຈາກ ຫ້ອງວ່າການສູນກາງພັກ, ຕະຫລອດຮອດປະຊາຊົນຊາວສະຫວັນນະເຂດ ໄດ້ຮ່ວມໃສ່ບາດຢູ່ ວັດໃຫຍ່ໄຊຍະພູມ ໃນໂອກາດບຸນຫໍ່ເຂົ້າປະດັບດິນ ປະຈໍາປີ 2025. ນອກຈາກການໃສ່ບາດແລ້ວ, ຍັງມີຊາວພຸດທະສາສະນິກະຊົນທັງພາຍໃນ ແລະ ແຂກຕ່າງປະເທດ ທີ່ມີຈິດໃຈເຫລື້ອມໃສສັດທາທາງພຸດທະສາສະໜາ ໄດ້ພ້ອມກັນຫ້າງຫາກະກຽມເຂົ້າໜຽວ, ເຂົ້າຕົ້ມ, ເຂົ້າໜົມ ແລະ ປັດໄຈ ມາໃສ່ບາດຢູ່ຕາມວັດວາອາຣາມຕ່າງໆ ພາຍໃນເທສະບານ ແຂວງສະຫວັນນະເຂດ ຢ່າງຫລວງຫລາຍ. ກິດຈະກໍາການໃສ່ບາດ ເປັນໜຶ່ງໃນການອະນຸລັກປົກປັກຮັກສາ ແລະ ເສີມຂະຫຍາຍ ວັດທະນະທຳ-ຮີດຄອງປະເພນີອັນດີງາມຂອງຊາດ ທີ່ສືບທອດກັນມາແຕ່ກ່ອນໄວ້ໃຫ້ຍືນຍົງຕະຫລອດໄປ, ທັງເປັນການສົ່ງເສີມ ແລະ ໜຶ່ງກິດຈະກໍາການທ່ອງທ່ຽວ ທີ່ຕິດພັນກັບການອະນຸລັກຮັກສາ ວັດທະນະທໍາຮີດຄອງປະເພນີ ອັນດີງາມ ທີ່ເປັນເອກລັກສະເພາະຂອງຊາວ ສະຫວັນນະເຂດ ທີ່ມີມາແຕ່ດົນນານອີກດ້ວຍ.
May be an image of 2 people, temple and text May be an image of 6 people and temple
May be an image of 7 people, temple and text May be an image of 9 people and text