ໃນວັນທີ 18 ກັນຍາ 2024 ທ່ານ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮວ່ມກອງປະຊຸມເວທີປຶກສາຫາລືແມ່ຍິງ ເອີຣົບ-ອາຊີ ຄັ້ງທີ່ 4 ທີ່ ນະຄອນເຊັນປິເຕີສະເບີກ, ສະຫະພັນຣັດເຊຍ ໂດຍການເຂົ້າຮ່ວມຂອງ ປະທານາທິບໍດີຣັດເຊຍ ແລະ ການເປັນປະທານກອງປະຊຸມຂອງ ທ່ານ ນາງ ວາລາຕິນນາ ມັດວຽນໂກ, ປະທານສະພາສູງ ແຫ່ງ ສະຫະພັນຣັດເຊຍ ແລະ ມີບັນດາຜູ້ຕາງຫນ້າຈາກອົງການຈັດຕັ້ງສັງຄົມເພດຍິງ ແລະ ການນຳເພດຍິງ ທີ່ມາຈາກ 100 ກວ່າປະເທດ ເຂົ້າຮ່ວມ.
ກອງປະຊຸມເວທີປຶກສາຫາລືແມ່ຍິງເອີຣົບ-ອາຊີ ຄັ້ງທີ່ 4 ດຳເນີນພາຍໃຕ້ຫົວຂໍ້ “ບົດບາດແມ່ຍິງໃນການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມືສາກົນ” ໂດຍມີຈຸດປະສົງເພື່ອປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນ ກ່ຽວກັບບົດບາດຂອງແມ່ຍິງໃນທຸກຂົງເຂດວຽກງານ ເປັນຕົ້ນ: ການສ້າງອານະຄົດໃໝ່ ເພື່ອສັນຕິພາບ ແລະຄວາມໄວ້ເນື້ອເຊື່ອໃຈ, ການພັດທະນາດ້ານເສດຖະກິດໃນຍຸກເຕັກໂນໂລຊີ ແລະ ນະວັດຕະກຳໃຫມ່, ການຣັກສາສຸຂະພາບ ແລະ ຊີວິດການເປັນຢູ່ທີ່ດີໃນສັງຄົມ, ການສ້າງໂລກທີ່ສະອາດ ແລະ ຄວາມໝັ້ນຄົງທາງດ້ານສະບຽງອາຫານ, ແລະ ການປົກປັກຮັກສາປະເພນີ ແລະ ຄວາມຫຼາກຫຼາຍທາງດ້ານວັດທະນະທຳ.
ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ກ່າວຄຳເຫັນຕໍ່ກອງປະຊຸມ ໂດຍໄດ້ເນັ້ນເຖິງ ວັດທະນະທໍາ ແມ່ນໜຶ່ງໃນກຳລັງແຮງທີ່ສໍາຄັນ ແຫ່ງການພັດທະນາ ໂດຍແມ່ນມະນຸດເປັນຜູ້ສ້າງຂຶ້ນ, ເສີມຂະຫຍາຍ ແລະ ທະວີຄູນ ຄຸນຄ່າທາງດ້ານວັດຖຸ ແລະ ຈິດໃຈ, ຄວາມຮູ້ຄວາມ ສາມາດ, ສະຕິປັນຍາ ລວມທັງ ການອະນຸລັກວັດທະນະທໍາ ທີ່ເປັນເອກະລັກອັນໂດດເດັ່ນຂອງຊາດ, ຮີດຄອງປະເພນີອັນດີງາມ ແລະ ຫຼາກຫຼາຍຂອງກຸ່ມຄົນໃນສັງຄົມທີ່ໄດ້ສືບທອດກັນມາຫຼາຍເຊັ່ນຄົນ, ເປັນການສ່ອງແສງໃຫ້ເຫັນເຖິງ ຄວາມຮັກຊາດ, ຄວາມສາມັກຄີຂອງທົ່ວປວງຊົນພາຍໃນຊາດ. ໃນນັ້ນ, ແມ່ຍິງມີບົດບາດສຳຄັນໃນການປົກປັກຮັກສາ, ອະນຸລັກ ແລະ ເສີມຂະຫຍາຍວັດທະນະທໍາອັນຫຼາກຫຼາຍ ທີ່ເປັນເອກະລັກຂອງເຜົ່າ ແລະ ຂອງຊາດໃຫ້ຄົງຢູ່ຕະຫຼອດໄປ. ການພັດທະນາວຽກງານວັດທະນະທໍາ ໃນເງື່ອນໄຂແຫ່ງການເຊື່ອມໂຍງສາກົນ ມີທັງກາລະໂອກາດ ແລະ ສິ່ງທ້າທາຍຫຼາຍປະການ, ສະນັ້ນ ການກໍານົດ ແລະ ຈັດຕັ້ງປະຕິ ບັດນະໂຍບາຍ, ກົນໄກ ແລະ ມາດຕະການ ທີ່ມີປະສິດທິຜົນກ່ຽວກັບວຽກງານວັດທະນະທໍາ ແມ່ນມີຄວາມໝາຍສຳຄັນ ເພື່ອປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ເສີມຂະຫຍາຍ ຄວາມສາມາດບົ່ມຊ້ອນທັງດ້ານວັດທະນະທໍາ ທີ່ມີຄວາມຫຼາກຫຼາຍ ແລະ ໂດດເດັ່ນຂອງຊາດ ໄປຄຽງຄູ່ກັບການຮູ້ເລືອກ ເຟັ້ນ, ຄັດຈ້ອນ ວັດທະນະທໍາ ອັນຍອດຍິ່ງທີ່ດີງາມຂອງມວນມະນຸດໃນໂລກ ເຂົ້າໃນການພັດທະນາແບບຍືນຍົງ ຂອງບັນດາປະຊາຊາດ.
ສຳລັບ ສປປ ລາວ ແມ່ຍິງລາວບັນດາເຜົ່າ ມີບົດບາດສຳຄັນ ໃນການອະນຸລັກຮັກສາ ແລະ ສົ່ງເສີມມໍຣະດົກວັດທະນະທໍາອັນຫຼາກຫຼາຍຂອງຊາດ ດ້ວຍການກຳນົດບັນດານະໂຍບາຍ, ກົນໄກ, ການປຸກລະດົມໃຫ້ທົ່ວສັງຄົມ ເຂົ້າຮ່ວມຢ່າງກວ້າງຂວາງ. ແມ່ຍິງລາວ ມີມູນເຊື້ອໃນການປົກປັກຮັກສາຂະນົບທໍານຽມ ວັດທະນະທໍາຮີີດຄອງປະເພນີອັນດີງາມ, ມີສີໄມ້ລາຍມື ແລະ ລວດລາຍອັນປານີດ ທີ່ເປັນເອກະລັກສະເພາະຂອງແມ່ຍິງລາວ ດ້ວຍວິທີການຕໍ່າຫູກທໍ ໄໝ ເພື່ອຜະລິດແຜ່ນແພລາວເປັນສິນຄ້າ ຈາກວັດຖຸດິິບທີ່ເປັນມິດກັບສິ່ງແວດລ້ອມ ອັນເກີດມາຈາກຫົວຄິດປະດິດສ້າງ, ພູມປັນຍາອັນອຸດົມຮັ່ງມີ ທີ່ສືບທອດກັນມາຫຼາຍຮຸ່ນຄົນ ຈົນໄດ້ກາຍເປັນມໍຣະດົກວັດທະນະທໍາອັນລໍ້າຄ່າທີ່ຖືກຍອມຮັບ, ຍົກຍ້ອງ, ນິຍົມຊົມຊອບ ຈາກພາຍໃນ ແລະ ຕ່າງປະ ເທດ.
ພົ້ນເດັ່ນແມ່ນ ອົງການ UNESCO ໄດ້ປະກາດຮັບຮອງ “ລາຍນາກ” ໃນຜ້າພື້ນເມືອງຂອງແມ່ຍິງລາວ ເປັນມໍຣະດົກທາງວັດທະນະທໍາທີ່ຍອດຍິ່ງຂອງໂລກ. ພ້ອມດຽວກັນນັ້ນ, ແມ່ຍິງລາວ ຍັງໄດ້ປະກອບສ່ວນ ທາງດ້ານສະຕິປັນຍາ, ເຫື່ອແຮງ, ທຶນຮອນ ເຂົ້າໃນການພັດທະນາຄອບຄົວ, ແກ້ໄຂຄວາມ ທຸກ ຍາກ, ຍົກສູງຊີວິດການເປັນຢູ່ຂອງແມ່ຍິງ ແລະ ເດັກນ້ອຍ ດີຂຶ້ນເປັນກ້າວໆ, ປະກອບສ່ວນໃຫ້ສັງຄົມມີຄວາມສະຫງົບ, ປະເທດຊາດມີການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ.
ທ່ານ ຮອງປະທານປະເທດ ຍັງໄດ້ຮຽກຮ້ອງໃຫ້ວົງຄະນະຍາດສາກົນ ສືບຕໍ່ໃຫ້ການຮ່ວມມື, ສະໜັບສະໜູນ ສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ສ້າງຄວາມສະເໝີພາບຍິງ-ຊາຍ ໃຫ້ບັນລຸຕາມບັນດາຄາດໝາຍ ທີ່ອົງການສະຫະປະຊາຊາດວາງອອກຢ່າງເປັນຮູບປະທໍາ ເພື່ອປະກອບສ່ວນໃນການສ້າງໂລກ ສັນຕິພາບ, ສະ ຖຽນລະພາບ, ຄວາມສະເໝີພາບ ແລະ ມີການພັດທະນາແບບຍືນຍົງ.
ໃນໂອກາດນີ້, ທ່ານ ຮອງປະທານປະເທດ ຍັງໄດ້ພົບປະສອງຝ່າຍກັບປະທານສະພາສູງ ແຫ່ງ ສະຫະພັນຣັດເຊຍ ເພື່ອປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນ ກ່ຽວກັບການພົວພົວພັນຮ່ວມມື ລາວ-ຣັດເຊຍ ໃນໄລຍະທີ່ຜ່ານມາ ແລະ ແຜນການຮ່ວມມືໃນຕໍ່ໜ້າ. ພ້ອມດຽວກັນນັ້ນ ກໍ່ຍັງຢ້ຽມຢາມສະຖານທີ່ທາງປະຫວັດສາດຂອງຣັດເຊຍ ທີ່ເມືອງ ເຊັນຕິເຕີສະເບີກ.




