ວັນທີ 19 ທັນວາ 2024 ນີ້, ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາ ທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ເຄື່ອນໄຫວເຮັດວຽກຢູ່ແຂວງຄໍາມ່ວນ ໂດຍການຕ້ອນຮັບຂອງ ທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງຄໍາມ່ວນ ໂດຍໄດ້ຮັບຟັງລາຍງານກ່ຽວກັບສະພາບລວມ, ທ່າແຮງບົ່ມຊ້ອນ ແລະ ການຕີລາຄາຜົນສຳເລັດໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຈັດເກັບ ລາຍຮັບງົບປະມານປະຈຳປີ 2024 ແລະ ການກະກຽມດຳເນີນກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງ ຈາກ ເລຂາພັກເມືອງເຊບັ້ງໄຟ ແລະ ເມືອງທ່າແຂກ.
ໂອກາດນີ້, ທ່ານ ບຸນທອງ ຈິດມະນີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານພົ້ນເດັ່ນ ທີ່ຄະນະພັກ-ອຳນາດການປົກຄອງເມືອງຍາດມາໄດ້ ໃນໄລຍະຜ່ານມາ. ພ້ອມກັນນັ້ນ, ກໍໄດ້ເນັ້ນໃຫ້ສືບຕໍ່ເອົາໃຈໃສ່ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີການເຄື່ອນໄຫວຈັດຕັ້ງປະຕິບັດຢ່າງເປັນປົກກະຕິ, ຕໍ່ເນື່ອງ ແລະ ຕ້ອງໄດ້ສຶກສາອົບຮົມໃຫ້ປະຊາຊົນເຂົ້າໃຈ ແລະ ໃຫ້ເຂົາເຈົ້າເຂົ້າຮ່ວມຈັດຕັ້ງປະຕິບັດໃນວຽກງານດັ່ງກ່າວຢ່າງແຂງແຮງ, ສືບຕໍ່ຊຸກຍູ້ຂະບວນການຜະລິດ ຂອງປະຊາຊົນ ເພື່ອຍົກລະດັບຊີວິດການເປັນຢູ່ໃຫ້ນັບມື້ນັບດີຂຶ້ນ, ສົ່ງເສີມການນຳໃຊ້ຜະລິດຕະພັນພາຍໃນໃຫ້ຫລາຍຂຶ້ນ ແລະ ຈຳກັດການນຳເຂົ້າ ເພື່ອສ້າງເສດຖະ ກິດເອກະລາດ ເປັນເຈົ້າຕົນເອງ, ປັບປຸງລະບົບການເມືອງ ກໍ່ສ້າງຮາກຖານໃຫ້ໜັກແໜ້ນ ເຂັ້ມແຂງ ແລະ ພ້ອມກັນຜັນຂະຫຍາຍແຜນທີ່ມີໃຫ້ເຂົ້າສູ່ຕົວຈິງ, ດ້ານວຽກງານພັກ ແມ່ນສຸມໃສ່ການກະກຽມກອງປະຊຸມໃຫຍ່ອົງຄະນະພັກເມືອງຂອງຕົນ ໂດຍໃຫ້ເນັ້ນໃສ່ທາງດ້ານເນື້ອໃນໃຫ້ມີຄວາມຖືກຕ້ອງ, ຄົບຖ້ວນ ແລະ ແທດເໝາະກັບສະພາບຕົວຈິງ, ໃຫ້ມີການຕີລາຄາດ້ານດີ-ດ້ານອ່ອນຂອງບຸກຄົນ ເພື່ອເລືອກເຟັ້ນ ກັ່ນຕອງ ເອົາບຸກຄະລາກອນທີ່ມີມາດຖານ, ເງື່ອນໄຂ ຄົບຖ້ວນເຂົ້າໃນຄະນະພັກເມືອງ ຊຸດໃໝ່. ນອກນີ້, ຍັງໄດ້ໃຫ້ທິດຊີ້ນຳຫລາຍບັນຫາສຳຄັນ ເພື່ອເປັນທິດທາງໃນການພັດທະນາ ເສດຖະກິດ-ສັງຄົມ ຂອງເມືອງ ຕື່ມອີກ.
ໂອກາດດຽວກັນ, ທ່ານຮອງປະທານປະເທດ ພ້ອມຄະນະ ໄປຢ້ຽມຢາມໂຮງງານ ຄໍາມ່ວນ ອຸດສາຫະກຳທໍ່ ເຊິ່ງແມ່ນການລົງທຶນຂອງນັກລົງທຶນຈາກ ສປ ຈີນ ເປັນໂຮງງານຂະໜາດໃຫຍ່ ແລະ ຮັບປະກັນທາງດ້ານຄຸນນະພາບ, ຜະລິດເພື່ອຮັບໃຊ້ໃນພາກອຸດສາຫະກຳ ແລະ ພາກກະສິກຳ ພາຍໃນ ແລະ ຕ່າງປະເທດ ເພື່ອຫລຸດຜ່ອນການນຳເຂົ້າທໍ່ຈາກຕ່າງປະເທດ. ໂຮງງານແຫ່ງນີ້, ມີກຳລັງການຜະລິດທີ່ເປັນຜະລິດຕະພັນທໍ່ຢາງ 9.600 ໂຕນ/ປີ ແລະ ມີມູນຄ່າການລົງທຶນທັງໝົດ 4 ລ້ານໂດລາສະຫະລັດ, ຂະໜາດຂອງຜະລິດຕະພັນປະກອບມີ: ທໍ່ PVC ຂະໜາດແຕ່ 20 mm-200 mm, ປະເພດທໍ່ PE ຂະໜາດແຕ່ 20 mm-315 mm, ປະເພດທໍ່ PPR ຂະໜາດ 20 mm-75 mm. ຈາກນັ້ນ, ກໍໄດ້ໄປຢ້ຽມຢາມໂຮງສີເຂົ້າວານິດາ ຕັ້ງຢູ່ບ້ານເລົ່າໂພຄຳ ເມືອງທ່າແຂກ ເຊິ່ງເປັນໂຮງສີເຂົ້າທີ່ໄດ້ຮັບການຢັ້ງຢືນມາດຕະຖານ GMP ໃນປີ 2017, ຕໍ່ມາໃນປີ 2018-2019 ໄດ້ສົ່ງເຂົ້າຈ້າວອອກໄປຈໍາໜ່າຍທີ່ປະເທດເນເທີແລນຈຳນວນ 190 ໂຕນ ແລະ ສົ່ງເຂົ້າໜຽວໄປປະເທດແບນຊິກ 23 ໂຕນ. ໃນປີ 2024 ໄດ້ເຊັນສັນຍາສົ່ງເຂົ້າໜຽວອອກຈຳໜ່າຍ ໄປຕະຫລາດ ເອີຣົບ ແລະ ອາເມລິກາ ຈຳນວນ 1.000 ໂຕນ ເຊິ່ງຈະເລີ່ມສົ່ງອອກ ນັບແຕ່ເດືອນກຸມພາ 2025 ເປັນຕົ້ນໄປ.
ຂ່າວ-ພາບ: ກອງຄໍາ





