ທ່ານ ບຸນທອງ ຈິດມະນີ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ໄດ້ໂອ້ລົມກອງປະຊຸມຖອດ ຖອນບົດຮຽນວຽກງານກວດສອບແຫ່ງລັດ ປະຈຳປີ 2023 ແລະ ທິດທາງແຜນການວຽກງານກວດສອບແຫ່ງລັດ ປະຈຳປີ 2024 ໃນວັນທີ 15 ມີນານີ້ ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ວຽງທະວີສອນ ເທບພະຈັນ, ກໍາມະການສຳຮອງສູນກາງພັກ, ປະທານອົງການກວດສອບແຫ່ງລັດ, ມີຮອງປະທານອົງ ການກວດສອບແຫ່ງລັດ ຄະນະນໍາ ແລະ ພະນັກງານເຂົ້າຮ່ວມ.
ຮອງປະທານປະເທດ ໄດ້ເນັ້ນໃຫ້ອົງການກວດສອບແຫ່ງລັດເອົາໃຈໃສ່ເພີ່ມທະວີວຽກງານການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ພະນັກງານ-ລັດຖະກອນໃຫ້ມີຄຸນທາດການເມືອງທີ່ໜັກແໜ້ນ ຢຶດໝັ້ນຕໍ່ອຸດົມການຂອງພັກມີສະຕິເຄົາລົບຕໍ່ການຈັດຕັ້ງປະຕິບັດລະບຽບກົດໝາຍ, ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ ແລະ ມີຈັນ ຍາບັນຂອງພະນັກງານ-ນັກກວດສອບ, ໃຫ້ເປັນເຈົ້າການ ຕໍ່ການປະສານສົມທົບ ກັບກຳມະທິການຂອງສະພາແຫ່ງຊາດ, ອົງ ການກວດກາແຫ່ງລັດ, ກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ, ທະນາຄານແຫ່ງ ສປປ ລາວ ໃນການຜັນຂະຫຍາຍ ມະຕິວ່າດ້ວຍການຮັບຮອງເອົາບົດລາຍງານຜົນການກວດສອບ ປະ ຈຳປີ 2023 ສະບັບເລກທີ 114/ສພຊ ລົງວັນທີ 21 ພະຈິກ 2023 ໃຫ້ເຂັ້ມງວດ, ໃຫ້ປະຕິບັດສິດໜ້າທີ່ ຄວາມຮັບຜິດຊອບຂອງພວກສະຫາຍ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ ໂດຍສະເພາະ ແມ່ນການສະຫຼຸບລາຍງານຜົນການກວດສອບໃຫ້ປະທານປະເທດ, ຄະນະປະຈຳສະພາແຫ່ງຊາດ, ນາຍົກລັດຖະມົນຕີ ເພື່ອເປັນບ່ອນອີງໃຫ້ຂັ້ນເທິງພິຈາລະນາແກ້ໄຂບັນຫາໃຫ້ທັນເວລາ, ໃຫ້ຄົ້ນຄວ້າກົນໄກການປະຕິບັດນະໂຍບາຍ ແລະ ເພີ່ມງົບປະມານ ໃຫ້ແກ່ການເຄື່ອນໄຫວວຽກ ງານກວດສອບໂດຍສະເພາະ ແມ່ນພາຫະນະ ຮັບໃຊ້ວຽກງານກວດສອບຂອງອົງ ການກວດສອບປະຈໍາ 2 ພາກ (ພາກເໜືອ 2 ແລະ ພາກກາງ 2) ໂດຍປະສານສົມທົບ ກັບ ຄະນະປະຈໍາສະພາແຫ່ງຊາດ, ລັດຖະບານ ໃນການພິຈາລະນາອະນຸ ມັດ ເພື່ອຮັບປະກັນການປະຕິບັດໜ້າທີ່ວຽກງານຂອງອົງການໃຫ້ມີຜົນສຳເລັດຕາມແຜນການ.
ຕໍ່ກັບການປະຕິບັດໜ້າທີ່ວຽກງານການກວດສອບ, ທ່ານເນັ້ນໜັກໃຫ້ເປັນເຈົ້າ ການປະສານສົມທົບຕິດຕາມ ແລະ ຊຸກຍູ້ເປົ້າໝາຍກວດສອບ, ອົງການຄຸ້ມຄອງ ເປົ້າໝາຍຖືກກວດສອບ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃນການແກ້ໄຂຜົນການກວດສອບ, ພ້ອມທັງ ໄຈ້ແຍກໃຫ້ເຫັນອັນໃດທີ່ສາມາດແກ້ໄຂໄດ້ ອັນໃດເປັນໜີ້ທວງຍາກ ແລະ ອັນໃດທີ່ບໍ່ສາມາດແກ້ໄຂໄດ້ ແລ້ວນຳສະເໜີລັດຖະບານ ແລະ ຄະນະປະຈຳສະ ພາແຫ່ງຊາດ ພິຈາລະນາ, ໃຫ້ເອົາໃຈໃສ່ຢ່າງເຂັ້ມງວດ ໃນການວິເຄາະ ວິໃຈ ສ້າງແຜນການກວດສອບ ປະຈຳປີ ແຜນການກວດສອບລວມ ແລະ ແຜນການກວດສອບລະອຽດ ໃຫ້ມີຜົນສຳເລັດຕາມຄາດໝາຍ ໃຫ້ເອົາໃຈໃສ່ໃນການປະຕິບັດຂັ້ນຕອນ ແລະ ວິທີການເກັບກຳຂໍ້ມູນຫຼັກຖານການກວດສອບ ເພື່ອກຳນົດມາດຕະການແນະນຳຜົນການກວດສອບ ໃຫ້ມີຄວາມລະອຽດ ແລະ ຊັດເຈນ, ໃຫ້ເອົາໃຈໃສ່ຢ່າງເຂັ້ມງວດ ກ່ຽວກັບການປະຕິບັດກົນໄກການປະສານງານຕິດຕາມ, ຊຸກຍູ້ ແລະ ການແກ້ໄຂຜົນການກວດສອບ ໃຫ້ມີລະບອບແບບແຜນ ແລະ ວິທີການເຮັດວຽກລະຫວ່າງ ອົງການກວດສອບປະຈຳພາກ ກັບ ອົງການປົກຄອງທ້ອງຖິ່ນ (ເປົ້າໝາຍຖືກກວດສອບ) ລະຫວ່າງ ກົມວິຊາສະເພາະ ກັບບັນດາກະຊວງ, ອົງການ, ວິສາຫະ ກິດລັດ, ທະນາຄານ, ໂຄງການເງິນກູ້ຢືມ-ຊ່ວຍເຫຼືອ ລະຫວ່າງ ກົມປະເມີນຄຸນນະ ພາບການກວດສອບ ກັບ ກົມວິຊາສະເພາະ ອົງການກວດສອບປະຈຳພາກ ໃຫ້ມີຄວາມຊັດເຈນໂລ່ງລ່ຽນ ຮັດກຸມ ແລະ ແທດເໝາະກັບຕົວຈິງ ແລະ ອື່ນໆ.
ຂ່າວ-ພາບ: ສຳນານ




