ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງປະທານປະເທດ ແຫ່ງ ສປປ ລາວ ນໍາພາ ຄະນະຜູ້ແທນຂັ້ນສູງ ສປປ ລາວເດີນທາງໄປສສຫວຽດນາມເພື່ອວາງພວງມາລາ ແລະ ເຂົ້າຮ່ວມພິທີໄວ້ ລະດັບຊາດ ເຖິງດວງວິນຍານ ຂອງ ສະຫາຍ ເຈີນ ດຶກ ເລືອງ

May 25, 2025

ສະຫາຍນາງປານີຢາທໍ່ຕູ້,ກຳມະການກົມການເມືອງສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ນໍາພາ ຄະນະຜູ້ແທນຂັ້ນສູງ ສປປ ລາວເດີນທາງໄປສສຫວຽດນາມເພື່ອວາງພວງມາລາ ແລະ ເຂົ້າຮ່ວມພິທີໄວ້ ລະດັບຊາດ ເຖິງດວງວິນຍານ ຂອງ ສະຫາຍ ເຈີນ ດຶກ ເລືອງ, ອະດີດກຳມະການກົມການເມືອງສູນກາງພັກ, ອະດີດ ປະທານ ປະເທດແຫ່ງສສຫວຽດນາມ
ໃນຕອນບ່າຍຂອງວັນທີ 24 ພຶດສະພາ 2025, ສະຫາຍນາງປານີຢາທໍ່ຕູ້, ກຳມະການກົມການເມືອງ ສູນກາງພັກ, ຮອງປະເທດປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງລາວ ເພື່ອຕາງໜ້າໃຫ້ ແກ່ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ສູນກາງແນວລາວສ້າງຊາດ ແຫ່ງສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວເດີນທາງໄປ ວາງພວງມາລາ ແລະ ເຂົ້າຮ່ວມພິທີໄວ້ອາ ໄລລະດັບ ຊາດ ຢູ່ນະຄອນຫຼວງຮ່າໂນ້ຍ, ສສ. ຫວຽດນາມ ເຖິງດວງວິນຍານ ຂອງ ສະຫາຍ ເຈີນ ດຶກ ເລືອງ, ອະດີດກໍາມະການ ກໍາ ການເມືອງສູນກາງພັກ, ອະດີດປະທານປະເທດແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມທີ່ໄດ້ເຖິງແກ່ມໍລະ ນະກໍາ ໃນວັນທີ 20 ພຶດສະພາ 2025 ທີ່ຜ່ານມາ ລວມອາຍຸໄດ້ 88 ປີ ພ້ອມທັງໄດ້ຮ່ວມຂຽນປຶ້ມໄວ້ອາໄລ, ຊຶ່ງມີ ເນື້ອໃນດັ່ງລຸ່ມນີ້:
“ ຕາງໜ້າພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ສູນກາງແນວລາວສ້າງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂໍສະແດງຄວາມໂສກເສົ້າເສຍດາຍຢ່າງສຸດຊຶ້ງຕໍ່ການຈາກໄປຂອງ ສະຫາຍ ເຈີນ ດຶກ ເລືອງ, ອະດີດກຳມະການກົມການເມືອງສູນກາງພັກ, ອະດີດປະທານປະເທດ ແຫ່ງ ສສ. ຫວຽດນາມ.
ສະຫາຍ ເຈີນ ດຶກ ເລືອງ ເປັນການນຳທີ່ດີເດັ່ນຂອງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ເຊິ່ງສະຫາຍ ເປັນແບບຢ່າງທີ່ດີ ແລະ ສັດຊື່ບໍລິສຸດຕໍ່ພັກ, ຕໍ່ປະເທດຊາດ ຢ່າງສະເໝີຕົ້ນສະເໝີປາຍ. ສະຫາຍ ໄດ້ອຸທິດຊີວິດເຂົ້າໃນພາລະກິດປະຕິວັດ, ຮັບໃຊ້ປະເທດຊາດ ແລະ ປະຊາຊົນຫວຽດນາມຕະຫຼອດມາ.
ພ້ອມກັນນັ້ນ, ສະຫາຍ ຍັງເປັນເພື່ອນສະຫາຍທີ່ສະໜິດສະໜົມ ແລະ ໃກ້ຊິດຂອງພັກ, ລັດ ແລະ ປະຊາຊົນລາວ ພວກຂ້າພະເຈົ້າ, ຊຶ່ງສະຫາຍ ເປັນຜູ້ໜຶ່ງທີ່ໄດ້ປະກອບສ່ວນອັນສໍາເຂົ້າໃນການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ,ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ຫວຽດນາມ ໃນໄລຍະຜ່ານມາ.
ການຈາກໄປຂອງສະຫາຍ ເປັນການສູນເສຍອັນຍິ່ງໃຫຍ່ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍ ນ້ອງ ກໍຄືພັກ, ລັດ ແລະ ປະຊາຊົນລາວ. ພວກຂ້າພະເຈົ້າ ຂໍສະແດງຄວາມອາໄລອາວອນຢ່າງສຸດຊຶ້ງ ແລະ ຂໍແບ່ງເບົາຄວາມທຸກໂສກດັ່ງກ່າວ ມາຍັງ ຄະນະບໍລິຫານງານສູນກາງພັກກອມນິດຫວຽດນາມ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ແນວໂຮມປະເທດຊາດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ກໍຄືຄອບຄົວ, ຍາດຕິພີ່ນ້ອງຂອງ ສະຫາຍ ເຈີນ ດຶກ ເລືອງ ມານະໂອກາດນີ້ດ້ວຍ.
ຂໍໃຫ້ດວງວິນຍານຂອງ ສະຫາຍ ເຈີນ ດຶກ ເລືອງ ຈົ່ງໄປສູ່ສຸກຂະຕິເຖີ້ນ ”