ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງປະທານສະພາແຫ່ງຊາດລາວຕ້ອນຮັບຄະນະສະພາຜູ້ແທນປະຊາຊົນທົ່ວປະເທດຈີນ

Oct 22, 2024

ຮອງປະທານສະພາແຫ່ງຊາດລາວຕ້ອນຮັບຄະນະສະພາຜູ້ແທນປະຊາຊົນທົ່ວປະເທດຈີນ
ວັນທີ 21 ຕຸລາ 2024 ນີ້, ສະຫາຍ ສົມມາດ ພົນເສນາ ຮອງປະທານສະພາແຫ່ງ ຊາດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບຄະນະສະພາຜູ້ແທນປະຊາຊົນທົ່ວປະເທດຈີນນຳໂດຍສະຫາຍ ຈ່ຽງ ເຊິ່ງ ຫົວ (JIANG Chenghua) ກໍາມະການກໍາມາທິການ ການຕ່າງປະເທດ, ສະມາຊິກສະພາຜູ້ແທນປະຊາຊົນທົ່ວປະເທດຈີນໃນໂອກາດທີ່ເດີນທາງມາເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45ທີ່ສປປລາວເປັນເຈົ້າພາບ.
ສະຫາຍ ສົມມາດ ພົນເສນາ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະກ່າວວ່າ: ສະພາແຫ່ງຊາດລາວ ແລະ ສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ມີການພົວພັນຮ່ວມມືທີ່ເປັນມູນເຊື້ອອັນດີງາມ ມາແຕ່ດົນນານ ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ເປັນຮູບປະທໍາ ເຊິ່ງສອງຝ່າຍໄດ້ຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງການຮ່ວມມື ລະຫວ່າງສອງອົງການນິຕິບັນຍັດ ໃນລະດັບສູນກາງ ແລະ ທ້ອງຖິ່ນ, ມີການແລກ ປ່ຽນການຢ້ຽມຢາມ ຂອງຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆ, ແລກປ່ຽນບົດຮຽນ, ຮ່ວມກັນຈັດສໍາມະນາ ແລະ ເຝິກອົບຮົມທັດສະນະສຶກສາ ກ່ຽວກັບການຈັດຕັ້ງປະຕິບັດພາລະບົດບາດ ຂອງສອງອົງການນິຕິບັນຍັດ, ສອງຝ່າຍ ຍັງໄດ້ສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ