ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງປະທານສະພາແຫ່ງຊາດ ເຄື່ອນໄຫວວຽກງານ ຢູ່ແຂວງສະຫວັນນະເຂດ

Oct 1, 2024

ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ພ້ອມຄະນະໄດ້ເຄື່ອນໄຫວເຮັດວຽກ ແລະ ຫາລືບັນຫາສຳຄັນຕ່າງໆຮ່ວມກັບທ່ານ ພູວັງ ເກດແກ້ວພົມພອນ ຮອງເລຂາພັກແຂວງສະຫວັນນະເຂດ ຜູ້ຊີ້ນຳແນວຄິດ ວຽກພັກ-ພະນັກງານ ດ້ວຍຄະນະນຳຂອງແຂວງ ຊຶ່ງໄດ້ຈັດຂຶ້ນທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງສະຫວັນນະເຂດ, ໃນວັນທີ 1 ຕຸລາ ນີ້.
ການພົບຄັ້ງນີ້, ທ່ານ ສົມມາດ ພົນເສນາ ໄດ້ໃຫ້ຮູ້ກ່ຽວກັບຈຸດປະສົງຂອງການມາເຄື່ອນໄຫວວຽກງານທີ່ແຂວງສະຫວັນນະເຂດ ກໍເພື່ອຕິດຕາມວຽກງານສາມສ້າງຕິດພັນກັບວຽກງານພັດທະນາຊົນນະບົດ ແລະ ລົບລ້າງຄວາມທຸກຍາກ, ຕິດຕາມໂຄງການທີ່ນໍາໃຊ້ເງິນເກີນແຜນຂອງແຂວງ ທັງນີ້ ກໍ່ເພື່ອຮັບປະກັນໃຫ້ແກ່ໂຄງການຕ່າງໆໄດ້ຖືກຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ, ພ້ອມນັ້ນ ທ່ານຮອງປະທານສະພາຍັງໄດ້ເນັ້ນຕື່ມ ວຽກງານສຶກສາທິການ ແລະ ກິລາ, ວຽກງານສາທາລະນະສຸກ ໃຫ້ເອົາໃຈໃສ່ເປັນພິເສດຕໍ່ການສຶກສາຂອງເດັກ ໂດຍສະເພາະໃນເຂດຊົນນະບົດ ຕ້ອງໃຫ້ລູກຫຼານໄດ້ເຂົ້າໂຮງຮຽນຢ່າງທົ່ວເຖິງ. ແພດອາສາສະໝັກກໍແມ່ນບັນຫາທີ່ຈະຕ້ອງໄດ້ເອົາໃຈໃສ່ເປັນຕົນແມ່ນການຂາດເຂີນແພດໝໍໃນເຂດທຸລະກັນດານຫ່າງໄກສອກຫຼີກຕ້ອງໄດ້ສັບຊ້ອນແພດໝໍໃຫ້ພຽງພໍກັບຄວາມຕ້ອງການ.
ຂ່າວ: ສະຫວັນ