ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງປະທານ ກໍາມາທິການກົດໝາຍພົບປະຮອງລັດຖະມົນຕີກະຊວງຍຸຕິທຳຈີນ

Nov 23, 2024

ວັນທີ 22 ພະຈິກ 2024 ສະຫາຍ ອຳໄພ ຈິດມານົນ ຮອງປະທານກຳມາທິການກົດໝາຍ (ກກໝ) ໄດ້ພົບປະເຮັດວຽກກັບສະຫາຍ ຫວັງ ເຈິ໋ນຈຽງ ຮອງລັດຖະມົນ ຕີກະຊວງຍຸຕິທຳ ແຫ່ງ ສປຈີນ ພ້ອມດ້ວຍຄະນະ ໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ ເຊິ່ງເປັນການປະກອບສ່ວນຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ແລະ ການເປັນຄູ່ຮ່ວມຊາຕາກໍາສັງຄົມນິຍົມ ລາວ-ຈີນ, ຈີນ-ລາວ ໃຫ້ນັບມື້ນັບຂະຫຍາຍຕົວ, ເກີດດອກອອກຜົນຍິ່ງຂຶ້ນກວ່າເກົ່າ ແລະ ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ.
ໃນການພົບປະ, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບໂດຍຫຍໍ້ກ່ຽວກັບພາລະບົດບາດ, ການເຄື່ອນໄຫວວຽກງານຂອງກຳມາທິການກົດໝາຍ ແລະ ກົນໄກການພົວພັນລະ ຫວ່າງ ກກໝ ກັບກະຊວງຍຸຕິທໍາ ຂອງ ສປປລາວ; ພາລະບົດບາດ, ການເຄື່ອນໄຫວວຽກງານຂອງກະຊວງຍຸຕິທໍາ ແລະ ກົນໄກການພົວພັນລະຫວ່າງກະຊວງຍຸຕິທໍາກັບກໍາມາທິການລັດຖະທຳມະນູນ ແລະ ກົດໝາຍ ຂອງສະພາຜູ້ແທນປະຊາຊົນທົ່ວປະ ເທດຈີນ. ພ້ອມທັງຕີລາຄາສູງຕໍ່ຜົນການພົບປະສອງຝ່າຍລະຫວ່າງສອງຮອງລັດຖະ ມົນຕີກະຊວງຍຸຕິທຳ ແລະ ການລົງນາມຮ່ວມກັນໃນບົດບັນທຶກຄວາມເຂົ້າໃນ (MOU) ວ່າດ້ວຍການຮ່ວມມືລະຫວ່າງສອງກະຊວງຍຸຕິທຳລາວ-ຈີນ ເຊິ່ງຈະເປັນນິຕິກຳບ່ອນອິງໃຫ້ແກ່ສອງກະຊວງ ໃນການຈັດຕັ້ງປະຕິບັດໃຫ້ມີປະສິດຜົນສູງຂຶ້ນ.
ຂ່າວ: ນາງ ອາລິນ ສຸພິມມະປະດິດ)