ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງປະທານ ສນຊ ຕ້ອນຮັບທູດອິນໂດເນເຊຍ ປະຈໍາ ລາວ

Sep 12, 2024

ໃນວັນທີ 11 ກັນຍາຜ່ານມາ ທີ່ສູນກາງແນວລາວສ້າງຊາດ (ສນຊ); ທ່ານນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ ຮອງປະທານ ສນຊ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານນາງ ກຣາຕາ ເອັນດາ ແວດານິງຕຣຽດ ເອກອັກຄະລັດຖະທູດອິນໂດເນເຊຍ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ.
ການເຂົ້າຢ້ຽມຂ່ຳນັບຄັ້ງນີ້, ເພື່ອປືກສາຫາລືກ່ຽວກັບການສະເໜີຈັດກອງປະຊຸມ ວັດທະນະທຳ ແລະ ສາສະໜາອາຊຽນ “ASEAN Intercultural and Interreligious Dialogue Conference ”(IIDC) ຢູ່ ສປປ ລາວ.
ໃນໂອກາດນີ້, ທ່ານຮອງປະທານ ສນຊ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ຕໍ່ທ່ານເອກອັກຄະລັດຖະທູດອິນໂດເນເຊຍ ປະຈໍາ ລາວ ພ້ອມຄະນະ ແລະ ໄດ້ລາຍງານສະພາບໂດຍຫຍໍ້ກ່ຽວກັບເສດຖະກິດ, ວຽກງານການເຄື່ອນໄຫວຂອງຕົນ ແລະ ສະພາບອາກາດ ຢູ່ ສປປ ລາວ ໃຫ້ທ່ານຮັບຊາບ.
ທ່ານນາງ ກຣາຕາ ເອັນດາ ແວດານິງຕຣຽດ ໄດ້ສະແດງຄວາມຂອບໃຈຕໍ່ທ່ານຮອງປະທານ ສນຊ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງໃຫ້ຄໍາປຶກສາ ແນະນໍາກ່ຽວກັບການກະກຽມຈັດກອງປະຊຸມວັດທະນະທຳ ແລະ ສາສະໜາອາຊຽນໃນຄັ້ງນີ້.
ຂ່າວ-ພາບ: ນາງ ແສງຫຼ້າ