ຮອງປະທານ ສນຊ ຜູ້ປະຈໍາການ ຢ້ຽມຢາມ ເຜົ່າກຣີ

ໃນວັນທີ 20 ເມສາ 2025 ນີ້, ທ່ານ ຄໍາໄຫລ ສີປະເສີດ ກໍາມະການສູນກາງພັກ, ຮອງປະທານ ສູນກາງແນວລາວສ້າງຊາດ (ສນຊ) ຜູ້ປະຈໍາການ ພ້ອມດ້ວຍຄະນະ ລົງເຄື່ອນໄຫວວຽກງານແນວລາວສ້າງຊາດ ຢູ່ແຂວງໄຊຍະບູລີ ໂດຍໄດ້ໄປຢ້ຽມຢາມຊີວິດການເປັນຢູ່ຂອງຊົນເຜົ່າກຣີ (ເຜົ່າຕອງເຫລືອງ) ທີ່ອາໄສຢູ່ປ່າສະຫງວນແຫ່ງຊາດນໍ້າປຸຍ ຂອບເຂດບ້ານໂພນທອງ ເມືອງພຽງ ແຂວງໄຊຍະບູລີ, ພ້ອມທັງໄດ້ມອບ ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ໃນຄົວເຮືອນ ເປັນຕົ້ນ ໝໍ້, ຖ້ວຍ, ບ່ວງ, ຈອກ ແລະ ເຄື່ອງໃຊ້ສໍາລັບອາບນໍ້າຈໍານວນໜຶ່ງ.
ເຜົ່າກຣີ ແມ່ນເຜົ່າໜຶ່ງທີ່ດໍາລົງຊີວິດ ຢູ່ໃນເມືອງພຽງ ມາເປັນເວລາຫລາຍປີ ໂດຍສະເພາະ ອາ ໄສຢູ່ເຂດປ່າສະຫງວນແຫ່ງຊາດນໍ້າປຸຍ ເປັນສ່ວນໃຫຍ່, ປົກກະຕິແລ້ວພວກເຂົາຈະບໍ່ອາໄສ ຢູ່ບ່ອນໃດບ່ອນໜຶ່ງແບບຖາວອນ ຈະມີການເຄື່ອນຍ້າຍໄປຕາມປ່າຕາມດົງ ບ່ອນທີ່ອຸດົມສົມບູນ ແລະ ຢູ່ແບບກະແຈກກະຈາຍ ບ່ອນລະຄອບຄົວ ສອງຄອບຄົວ, ການອົບພະຍົບ ຫລື ເຄື່ອນຍ້າຍ ມີລັກສະນະໝູນວຽນຄືນມາບ່ອນເກົ່າ. ດ້ວຍເຫດນີ້, ພວກເຂົາຈຶ່ງສາມາດຮູ້ແຫລ່ງທີ່ມາຂອງອາຫານ ການກິນ ແລະ ຂອບເຂດການລ່າສັດປ່າ ໄດ້ເປັນຢ່າງດີ. ສໍາລັບ ການປຸກສ້າງ ແລະ ບ່ອນຢູ່ອາໄສຈະບໍ່ຖາວອນ ພຽງແຕ່ເອົາໄມ້ເຮ້ຍມາເກາະກ່າຍກັນ ແລະ ຫາຕອງກ້ວຍ, ໃບບຸ່ນ, ໃບຄໍ້ມາມຸງເທົ່ານັ້ນ, ເມື່ອອາຫານເລີ່ມຫາຍາກ ຕອງກ້ວຍກໍເຫລືອງ ເຂົາເຈົ້າກໍຈະຍ້າຍໄປຫາກິນບ່ອນໃໝ່.
ເຜົ່າຕອງເຫລືອງ ຈະບໍ່ມີການທໍາການຜະລິດເປັນຕົນເປັນໂຕ ສ່ວນຫລາຍອາໄສຫາກິນຕາມທໍາມະຊາດ, ບໍ່ກິນເຂົ້າປາອາຫານເປັນຕົ້ນຕໍ. ການດໍາລົງຊີວິດແຕ່ລະວັນ ຈະອອກຈາກບ່ອນຢູ່ ເພື່ອໄປຊອກອາຫານ ເປັນຕົ້ນ ໜໍ່ໄມ້, ຫົວມັນປ່າ, ຍອດບຸ່ນ, ຍອດຫວາຍ, ໝາກຄໍ້, ໝາກຕາວ ແລະ ປູປາ ຕາມຮ່ອງຫ້ວຍທໍາມະຊາດ ແລະ ໃສ່ແຮ້ວເອົາສັດປ່າມາສູ່ກັນກິນ, ບາງຄັ້ງໂຊກດີຫາມາໄດ້ຫລາຍ ກໍນໍາເອົາມາແລກເຄື່ອງມືຫາກິນ ນໍາປະຊາຊົນ ຢູ່ເຂດບ້ານໃກ້ຄຽງ ເຊັ່ນ: ມີດ, ພ້າ, ສຽມ ແລະ ອື່ນໆ.
ປັດຈຸບັນ, ພັກ-ລັດຖະບານ ໂດຍສະເພາະການນໍາແຂວງ, ເມືອງໄດ້ສົມທົບພາກສ່ວນກ່ຽວຂ້ອງ ປຸກສ້າງເຮືອນ ຈໍານວນ 5 ຫລັງໃຫ້ແກ່ຊົນເຜົ່າກຣີ ໄດ້ມາຢູ່ຮ່ວມກັນເປັນບ້ານ ແລະ ໄດ້ຫັນຈາກການຫາກິນຕາມທໍາມະຊາດ ກິນເຜືອກ, ກິນມັນ ມາກິນເຂົ້າເປັນຫລັກ.
ທ່ານ ນາງ ນີ ແມ່ນເຜົ່າຕອງເຫລືອງທີ່ສາມາດສື່ສານພາສາລາວຢ່າງຄ່ອງແຄ້ວ ໄດ້ໃຫ້ຮູ້ວ່າ: ຕອນທີ່ຍັງບໍ່ທັນລົງມາຢູ່ເປັນບ້ານ ແມ່ນອາໄສຫາກິນຕາມທໍາມະຊາດເຊັ່ນ: ໄປຂຸດມັນ, ເຜືອກ, ຍອດຫວາຍຕ່າງໆຢູ່ປ່າ ແມ່ນມີຄວາມຫຍຸ້ງຍາກຫລາຍ, ຖ້າທຽບໃສ່ປັດຈຸບັນ ມີເຮືອນຢູ່ມີເຂົ້າກິນ, ມີອາຫານແຊບ, ມີເຄື່ອງນຸ່ງຫົ່ມ, ມີຢາປົວພະຍາດ ໂດຍເຫັນວ່າມີຄວາມສະດວກຫລາຍ ແລະ ທ່ານຍັງໄດ້ໃຫ້ຮູ້ວ່າ ບໍ່ຢາກກັບໄປຢູ່ແບບເກົ່າແລ້ວ.
ຊົນເຜົ່າກຣີ ແມ່ນຊົນເຜົ່າໜຶ່ງນອນຢູ່ໃນ 50 ຊົນເຜົ່າ ໃນວົງຄະນາຍາດແຫ່ງຊາດລາວ ຕາມມະຕິຂອງສະພາແຫ່ງຊາດ ສະບັບເລກທີ 213/ສພຊ ໄດ້ຮັບຮອງເອົາໃນວັນທີ 24 ພະຈິກ 2008; ມີພາສາປາກເວົ້າເປັນຂອງຕົນເອງເອີ້ນວ່າ: “ມາບຣີ” ຈັດໃນໝວດພາສາມອນ-ຂະແມ ເປັນເຜົ່າທີ 9 ຂອງເມືອງພຽງ ແຂວງໄຊຍະບູລີ, ປັດຈຸບັນນີ້ ມີພົນລະເມືອງທັງໝົດ 19 ຄົນ, ຍິງ 9 ຄົນ ແລະ ມີ 4 ເຄືອຍາດຢູ່ຮ່ວມກັນ.
ຂ່າວ-ພາບ: ລີ




ເບິ່ງຂໍ້ມູນເຊີງເລິກ
ສ້າງໂຄສະນາ
ຖືກໃຈ
ຄຳຄິດເຫັນ
ແບ່ງປັນ

