ຮອງປະທານ ສພຊ ພົບປະຜູ້ມີສິດເລືອກຕັ້ງທີ່ແຂວງຄຳມ່ວນ

ໃນລະຫວ່າງວັນທີ 21-28 ມັງກອນຜ່ານມາ, ທ່ານ ຄຳໃບ ດຳລັດ ກຳມະການສູນ ກາງພັກ, ຮອງປະທານສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 12 ແຂວງຄຳມ່ວນ ພ້ອມດ້ວຍ ສສຊ ປະຈໍາເຂດເລືອກຕັ້ງທີ 12 ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ປະຈໍາເຂດເລືອກຕັ້ງເມືອງທ່າແຂກ ແລະ ເມືອງຍົມມະລາດ ໄດ້ເຄື່ອນໄຫວຢ້ຽມຢາມ, ພົບປະຜູ້ມີສິດເລືອກຕັ້ງຢູ່ບ້ານດອນໂດນ, ບ້ານປາກເປັ່ງ ແລະ ບ້ານດົງຊອກ ເມືອງທ່າແຂກ, ບ້ານຕາດ-ມ່ວງໄຂ່ ເມືອງຍົມມະລາດ ໂດຍການຕ້ອນຮັບຈາກຄະນະພັກເມືອງ, ຄະນະພັກຮາກຖານກຸ່ມບ້ານ, ການຈັດຕັ້ງບ້ານ, ພະນັກງານ-ລັດຖະກອນ, ພະນັກງານອາວຸໂສບຳນານ, ເຖົ້າແກ່ແນວໂຮມ, ພໍ່ແມ່ປະຊາຊົນ, ຄູ ແລະ ນັກຮຽນ ເປັນຈໍານວນຫຼາຍ.
ໃນການພົບປະຢູ່ 4 ຈຸດດັ່ງກ່າວ, ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະ ພາປະຊາຊົນແຂວງ ໄດ້ຮັບຟັງການລາຍງານກ່ຽວກັບສະພາບການພັດທະນາເສດຖະ ກິດ-ສັງຄົມຂອງເມືອງ ແລະ ບ້ານ; ຈາກນັ້ນ, ບັນດາທ່ານ ສສຊ ແລະ ສສຂ ໄດ້ຜັດປ່ຽນກັນເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງ ຊາດ (ສພຊ) ຊຸດທີ IX ແລະ ສະພາປະຊາຊົນແຂວງ (ສພຂ) ຄຳມ່ວນ ຊຸດທີ II. ບັນ ດາທ່ານສະມາຊິກສະພາ ຍັງໄດ້ມີການແລກປ່ຽນຄໍາຄິດຄໍາເຫັນຕໍ່ບັນດາບັນຫາ ແລະ ຂໍ້ສະເໜີຕ່າງໆຂອງປະຊາຊົນໃນຈຸດທີ່ຄະນະໄດ້ລົງໄປພົບປະຢູ່ 2 ເມືອງດັ່ງກ່າວ; ຫຼັງ ຈາກນັ້ນ, ໄດ້ຮັບຟັງຄຳສະເໜີຂອງຜູ້ມີສິດເລືອກຕັ້ງ ເຊິ່ງບັນຫາສ່ວນໃຫຍ່ແມ່ນຕິດພັນກັບຄວາມຫຍຸ້ງຍາກດ້ານພື້ນຖານໂຄງລ່າງເຊັ່ນ: ຖະໜົນຫົນທາງ, ລະບົບນໍາໃຊ້-ໄຟຟ້າຢູ່ເຂດຊົນນະບົດ, ໂຮງຮຽນມີສະພາບຂາດແຄນ ແລະ ຊຸດໂຊມ, ແລະ ບັນຫາອື່ນໆຈໍານວນໜຶ່ງ.
ທ່ານຮອງປະທານສະພາແຫ່ງຊາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຜົນສໍາເລັດໃນການພັດທະນາເສດຖະກິດ-ສັງຄົມຂອງເມືອງທ່າແຂກ ແລະ ເມືອງຍົມມະລາດ ໃນໄລຍະຜ່ານມາ ແລະ ຮຽກຮ້ອງໃຫ້ບັນດາເມືອງ, ບ້ານ ພ້ອມດ້ວຍປະ ຊາຊົນໃນເຂດດັ່ງກ່າວ ຈົ່ງມີສ່ວນຮ່ວມໃນການພັດທະນາ ເພື່ອສົ່ງເສີມ ແລະ ຂະ ຫຍາຍທ່າແຮງທີ່ມີຂອງເມືອງ ເພື່ອປະກອບສ່ວນເຮັດໃຫ້ແຂວງຄຳມ່ວນ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ຄວາມເປັນລະບຽບຮ້ອຍ, ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ.
ໃນໂອກາດເຄື່ອນໄຫວຢ້ຽມຢາມຄັ້ງນີ້, ທ່ານ ຄຳໃບ ດຳລັດ ໄດ້ນຳເອົາເຄື່ອງນຸ່ງຫົ່ມ, ເຄື່ອງກິລາ, ເຄື່ອງໃຊ້ສອຍປະຈຳວັນທີ່ຈຳເປັນ ພ້ອມທັງປຶ້ມຂຽນ, ປຶ້ມແບບຮຽນ, ບິກ, ສໍດຳ ມອບໃຫ້ແຕ່ລະຈຸດ; ນອກນັ້ນ, ທ່ານຮອງປະທານ ສພຊ ຍັງໄດ້ເຂົ້າຮ່ວມພິ ທີເປີດ-ປິດກອງປະຊຸມສະໄໝສາມັນເທື່ອທີ 8 ຂອງ ສພຂ ແຂວງຄຳມ່ວນ ຊຸດທີ II, ກອງປະຊຸມຄົບຄະນະ ສສຊ ປະຈຳເຂດເລືອກຕັ້ງທີ 12 ປະຈຳປີ 2024 ແລະ ເຮັດວຽກກັບພະແນກສຶກສາທິການ ແລະ ກິລາແຂວງຄຳມ່ວນ ອີກດ້ວຍ.
Cr. ອານຸສອນ ພູມມີທອນ





