ໃນລະຫວ່າງວັນທີ 24-30 ມັງກອນຜ່ານມານີ້, ທ່ານ ຈະເລີນ ເຍຍປາວເຮີ, ກຳມະການສູນກາງພັກ, ຮອງປະທານສະພາແຫ່ງ ຊາດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວວຽກງານຢູ່ແຂວງຫົວ ພັນ.
ໃນການເຄື່ອນໄຫວຄັ້ງນີ້, ທ່ານໄດ້ເຮັດວຽກຮ່ວມກັບສະ ພາປະຊາຊົນແຂວງ, ອົງການໄອຍະການປະຊາຊົນແຂວງ, ສານປະ ຊາຊົນແຂວງ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ແລະ ເຂົ້າຮ່ວມພິທີເປີດຂົ້ວອູ່ບ້ານໂພນໄຊ, ບ້ານນາກາ, ຮ່ວມງານບຸນປະເພນີບ້ານໂພນໄຊ, ບ້ານສົບຮາວ ພ້ອມທັງເຮັດວຽກຮ່ວມ ກັບທ່ານເຈົ້າເມືອງ, ກອງບັນຊາການປ້ອງກັນຄວາມສະຫງົບ ເມືືອງສົບເບົາ.
ນອກນັ້ນທ່ານຍັງໄດ້ໄປຢ້ຽມຢາມບ້ານເກີດຂອງທ່ານທີ່ບ້ານກົກໄຊ, ງານບຸນປະເພນີຂອງບ້ານສົບມອນ, ບ້ານນາໜອງ, ບ້ານນາຕອງ, ບ້ານຫາດກູ້, ບ້ານພຽງລູ້, ບ້ານພຽງຢາງ, ຢ້ຽມຢາມ- ພົບປະໂອ້ລົມບັນການນຳເມືອງ, ພະນັກງານ-ລັດຖະກອນ ພາຍໃນເມືອງຊຽງຄໍ້ ແລະ ເມືອງແອດ ພ້ອມທັງມອບເງິນສົດເພື່ອສະ ໜັບສະໜູນແກ່ການກະກຽມ ແລະ ດຳເນີນກອງກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງດັ່ງກ່າວ ເມືອງລະ 10.000.000 ກີບ ຕື່ມອີກ.
ໃນໂອກາດທີ່ທ່ານລົງເຄື່ອນໄຫວຄັ້ງນີ້, ທ່ານຍັງໄດ້ນຳເອົາອຸປະກອນການຮຽນ-ການສອນ, ອຸປະກອນກິລາ ແລະ ກະຕ່າຂອງຂວັນ ລວມທັງເງິນສົດ ມອບໃຫ້ແກ່ອຳນາດການປົກຄອງບ້ານ, ເມືອງ ເຂົ້າໃນການບໍລິຫານ, ຮັບໃຊ້ວຽກງານລວມ ມູນຄ່າ 30.000.000 ກວ່າກີບ.
Cr: ບຸນແພງ ຜຸຍພັກດີ






