ໃນລະຫວ່າງວັນທີ 12-13 ມີນາ 2025, ທ່ານ ສຸລິສັກ ທຳນຸວົງ, ຮອງຜູ້ວ່າການ ທຫລ ພ້ອມດ້ວຍຄະນະ ໄດ້ສໍາເລັດການປະ ຕິບັດພັນທະຂອງ ສປປ ລາວ ໃນການເຂົ້າຮ່ວມກອງປະຊຸມຄະ ນະກໍາມະການອາວຸໂສລະດັບສູງພາຍໃຕ້ການເຊື່ອມໂຍງຂະແໜງ ການເງິນ-ເງິນຕາ ອາຊຽນ ຄັ້ງທີ 29 ແລະ ກອງປະຊຸມປິ່ນອ້ອມ (ASEAN Senior Level Committee: SLC on Financial Integration and Related Meeting), ທີ່ ໂກຕ້າ ກິນາບາລູ, ປະເທດມາເລເຊຍ.
ກອງປະຊຸມ SLC ແລະ ກອງປະຊຸມປິ່ນອ້ອມ ເປັນກອງປະ ຊຸມຕໍ່ເນື່ອງ ຊຶ່ງຈັດຂຶ້ນເປັນວາລະປົກກະຕິ 2 ຄັ້ງຕໍ່ປີ ໂດຍມີທະ ນາຄານແຫ່ງລັດ ຫວຽດນາມ ແລະ ທະນາຄານກາງ ອິນໂດເນ ເຊຍ ຮັບໜ້າທີ່ເປັນປະທານຮ່ວມໃນໄລຍະປີ 2024-2026. ຈຸດປະສົງເພື່ອຮັບຟັງການລາຍງານ ແລະ ແລກປ່ຽນທັດສະນະຂອງຂັ້ນການນໍາລະຫວ່າງທະນາຄານກາງຂອງອາຊຽນກ່ຽວກັບສະພາບເສດຖະກິດມະຫາພາກຂອງພາກພື້ນ ໂດຍໄດ້ສະແດງໃຫ້ເຫັນການຂະຫຍາຍຕົວ GDP 2025 ຂອງອາຊຽນຈະມີທ່າອ່ຽງເພີ່ມຂຶ້ນຢູ່ລະດັບ 4.7%. ສໍາລັບ ສປປ ລາວ ແມ່ນ 4.6% ເຫັນວ່າເພີ່ມຂຶ້ນເມື່ອທຽບ 2024 ແມ່ນ 4.5%. ການຄາດຄະເນໃນລະດັບອັດຕາເງິນເຟີ້ປີ 2025 ຂອງອາຊຽນຍັງຢູ່ໃນລະດັບຕໍ່າ 3.1% ທຽບກັບປີ 2024 ແມ່ນ 6.3% ແລະ ຄາດວ່າປີ 2026 ອັດຕາເງິນເຟີ້ຈະສືບຕໍ່ຫຼຸດລົງທີ່ 2.8%.
ນອກຈາກນັ້ນ, ທີ່ປະຊຸມໄດ້ຮັບຟັງການຈັດຕັ້ງປະຕິບັດຕາມບົດລາຍງານຄວາມຄືບໜ້າຂອງບັນດາຄະນະກຳມະການທັງໝົດ (Working Committees) ແລະ ໜ່ວຍງານຕ່າງໆ (Task Force) ພາຍໃຕ້ຄະນະກໍາມະການ SLC ໂດຍສະເພາະຄວາມຄືບໜ້າການຈັດຕັ້ງແຜນວຽກບູລິມະສິດປະຈໍາປີ 2024 ແລະ ການກໍານົດແຜນປີ 2025, ໃນນີ້ ທະນາຄານແຫ່ງ ສປປ ລາວ ໃນນາມຕາງໜ້າປະທານກອງປະຊຸມຮ່ວມຂອງຄະນະກຳມະການ ເປີດເສລີບັນຊີທຶນອາຊຽນ (WC-CAL) ແລະ ການເປີດເສລີການບໍລິການທາງການເງິນອາຊຽນ (WC-FSL) ຮ່ວມເຂົ້າລາຍງານໃນກອງປະຊຸມດັ່ງກ່າວ. ພິເສດ ທະນາຄານກາງ ມາເລ ເຊຍ ໃນນາມເຈົ້າພາບກອງປະຊຸມອາຊຽນ 2025 ໄດ້ລາຍງານ 3 ແຜນວຽກບູລິມະສິດທາງດ້ານເສດຖະກິດທີ່ຕິດພັນກັບວຽກ ງານທະນາຄານກາງອາຊຽນ ແລະ ຂໍ້ລິເລີ່ມ (Project Revive) ເພື່ອນຳໄປຂໍຮັບຮອງໃນກອງປະຊຸມ AFMGM ໃນເດືອນ ເມສາ 2025.
ກອງປະຊຸມ SLC ຄັ້ງທີ 29 ແລະ ກອງປະຊຸມປິ່ນອ້ອມ ໄດ້ດໍາເນີນເປັນເວລາ 2 ວັນເຕັມ ດ້ວຍບັນຍາກາດອັນຟົດຟື້ນ ແລະ ເຕັມໄປດ້ວຍຜົນສຳເລັດ. ພ້ອມນັ້ນ, ປະທານຮ່ວມກອງປະຊຸມ ຍັງໄດ້ສະແດງຄວາມຍິນດີຕ້ອນຮັບບັນດາຜູ້ແທນທັງໝົດໃນກອງປະຊຸມໂດຍສະເພາະ ການເປັນເຈົ້າພາບຂອງທະນາຄານກາງ ມາເລເຊຍ ພ້ອມທັງສະເຫນີຕໍ່ການຈັດກອງປະຊຸມ SLC ຄັ້ງຕໍ່ໄປ ທີ່ຈະຈັດຂື້ນໃນ ເດືອນ ກັນຍາ 2025 ທີ່ ປະເທດ ອິນໂດ ເນເຊຍ.
ທີ່ມາ: ທະນາຄານ ແຫ່ງ ສປປ ລາວ





