ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງລັດຖະມນຕີ ກະຊວງ ປກສ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ຢີ່ປຸ່ນ ປະຈໍາລາວ

Nov 7, 2024

ເນື່ອງໃນໂອາດທີ່ ທ່ານ ໂຄອິຊູມິ ຊຶໂຕະມຸ ໄດ້ດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ຢີ່ປຸ່ນ ປະຈໍາ ສປປ ລາວ ຜູ້ໃໝ່. ໃນວັນທີ 6 ພະຈິກ 2024, ທ່ານ ໂຄອິຊູມິ ຊຶໂຕະມຸ ຈຶ່ງໄດ້ເຂົ້າຢ້ຽມຂໍ່ານັບ ພົຕ ຄໍາກິ່ງ ຜຸຍຫູ້າມະນີວົງ ຮອງລັດຖະມົນກະຊວງ ປກສ, ຫົວໜ້າກົມໃຫຍ່ຕໍາຫຼວດ ເພື່ອແນະນໍາຕົວ ແລະ ສືບຕໍ່ເພີ່ມທະວີສາຍພົວພັນຮ່ວມມື.
ພົຕ ຄໍາກິ່ງ ຜຸຍຫຼ້າມະນີວົງ ໄດ້ສະແດງຄວາມຕ້ອນຮັບອັນອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ການມາດໍາລົງຕໍາແໜ່ງ ເປັນເອກ ອັກຄະລັດຖະທູດ ແຫ່ງ ຢີ່ປຸ່ນ ປະຈໍາ ສປປ ລາວ ຜູ້ໃໝ່ ຂອງ ທ່ານ ໂຄອິຊູມິ ຊຶໂຕະມຸ, ສປປ ລາວ ຍິນທີ່ຕ້ອນຮັບ ແລະ ສະ ໜັບສະໜູນໃນການເຄື່ອນໄຫວວຽກງານຕ່າງໆຮ່ວມກັນ, ພ້ອມ ທັງສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອດ້ານຕ່າງໆ ຂອງລັດ ຖະບານຢີ່ປຸ່ນ ທີ່ມີຕໍ່ລັດຖະບານລາວ ໃນປະກອບສ່ວນເຂົ້າໃນວຽກງານ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າະາບ ໄດ້ຮັບຜົນສໍາເລັດຢ່າງຈົບງາມ ແລະ ເຊື່ອໝັ້ນວ່າການມາດໍາລົງຕໍາແໜ່ງຂອງ ທ່ານເອກອັກຄະ ລັດຖະທູດໃນຄັ້ງນີ້ ຈະເປັນການສືບຕໍ່ພົວພັນຮ່ວມມືທາງດ້ານວຽກງານປ້ອງກັນຄວາມສະຫງົບ ລາວ-ຢີ່ປຸ່ນ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ທ່ານ ໂຄອິຊູມິ ຊຶໂຕະມຸ ໄດ້ກ່າວສະແດງຄວາມຂອບໃຈຕໍ່ການ ຕ້ອນຮັບອັນອົບອຸ່ນ ຂອງທ່ານຮອງລັດຖະມົນຕີກະຊວງ ປ້ອງ ກັນຄວາມສະຫງົບ, ພ້ອມທັງສະແດງຄວາມຊົມເຊີຍຕໍ່ ການເປັນເຈົ້າພາບ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45 ທີ່ໄດ້ສໍາເລັດລົງຢ່າງຈົບງາມ, ລັດຖະບານຢີ່ປຸ່ນ ແມ່ນໄດ້ມີການພົວພັນຮ່ວມມືວຽກງານຮອບດ້ານກັບ ລັດຖະບານ ສປປ ລາວ ໃນໄລຍະທີ່ຜ່ານມາ ໂດຍສະເພາະ ທາງດ້ານວຽກງານປ້ອງກັນຄວາມສະ ຫງົບ ໃນການປະສານສົມທົບຮ່ວມມືກັນເຮັດວຽກງານປ້ອງກັນຄວາມສະຫງົບ ຢ່າງມີຜົນສໍາເລັດຕະຫຼອດມາ ເຊີ່ງໄດ້ເປັນໝາກຜົນອັນດີໃນການສືບຕໍ່ພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດຖະບານ ຢີ່ປຸ່ນ-ລາວ ແລະ ອວຍພອນໃຫ້ ສປປ ລາວ ດໍາເນີນກອງປະຊຸມສຸດຍອດປິ່່ນອ້ອມພາຍໃນປິ 2024 ໃຫ້ສໍາເລັດຢ່າງຈົບງາມ.
ພາບ-ຂ່າວ: ຄຳໂຖ. ຄວາມສະຫງົບລາວ