Deprecated: Function jetpack_form_register_pattern is deprecated since version jetpack-13.4! Use Automattic\Jetpack\Forms\ContactForm\Util::register_pattern instead. in /home/lnrorg/public_html/wp-includes/functions.php on line 6078
ຮອງລັດຖະມົນຕີກະຊວງການຕ່າງປະເທດ ລົງກວດກາ, ຊຸກຍູ້ ແລະ ຕິດຕາມໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5. | Lao National Radio

ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 29 ພະຈິກ 2023, ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ໄປເຄື່ອນໄຫວຢ້ຽມຢາມເຮັດວຽກຢູ່ແຂວງບໍລິຄຳໄຊ ໂດຍສະເພາະ ການລົງຕິດຕາມກວດກາ ແລະ ຊຸກຍູ້ໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄໍາໄຊ-ບຶງການ) ໂດຍມີພາກສ່ວນທີ່ກ່ຽວ ຂ້ອງ ຈາກກະຊວງໂຍທາທິການ ແລະ ຂົນສົ່ງ, ແຂວງບໍລິຄໍາໄຊ ແລະ ຜູ້ຮັບຜິດຊອບໂຄງການ ໃຫ້ການຕ້ອນຮັບ. ໃນໂອກາດດັ່ງກ່າວ, ທ່ານ ວັດທະນາ ພັນດານຸວົງ, ຮອງຫົວໜ້າໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ໄດ້ລາຍງານກ່ຽວກັບຄວາມຄືບຫນ້າຂອງການຈັດປະຕິບັດໂຄງການດັ່ງກ່າວ, ຊຶ່ງພາຍຫລັງທີ່ການນຳຂັ້ນສູງຂອງສອງປະເທດ ລາວ-ໄທ ໄດ້ເປັນປະທານຮ່ວມໃນພິທີວາງສີລາລຶກໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ໃນວັນທີ 28 ຕຸລາ 2022 ຜ່ານມາ, ບັນດາຫນ້າວຽກຕ່າງໆ ເປັນຕົ້ນ ວຽກງານການກໍ່ສ້າງພື້ນຖານໂຄງລ່າງ, ເສັ້ນທາງ, ສິ່ງອໍານວຍຄວາມສະດວກ ແລະ ຕຶກອາຄານບໍລິຫານ ແມ່ນສາມາດປະຕິບັດໄດ້ຕາມແຜນ ແລະ ມີຜົນສໍາເລັດຕາມຄາດໝາຍກວມເອົາ 93%, ສໍາລັບບັນດາໜ້າວຽກກໍ່ສ້າງຂົວ ໄດ້ຈັດຕັ້ງປະຕິບັດສໍາເລັດແລ້ວ 69% ໂດຍລວມແລ້ວ ເຫັນວ່າ ທັງສອງໜ້າວຽກດັ່ງກ່າວ ສາມາດຈັດຕັ້ງປະຕິບັດສໍາເລັດ 81%.
ພາຍຫຼັງທີ່ໄດ້ຮັບຟັງ ຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການ ລວມທັງບັນດາຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ແຜນການດຳເນີນໂຄງການ ແລະ ວຽກຈຸດສຸມທີ່ຈະຕ້ອງໄດ້ເອົາໃຈໃສ່ໃນຕໍ່ຫນ້າ, ທ່ານ ໂພໄຊ ໄຂຄຳພິທູນ ໄດ້ສະແດງຄວາມຊົມເຊີຍຕໍ່ພາກສ່ວນກ່ຽວຂ້ອງ ທີ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ນີ້ ດ້ວຍຄວາມຮັບຜິດຊອບສູງ. ພ້ອມນີ້, ກໍ່ສະເໜີໃຫ້ຄະນະຮັບຜິດຊອບໂຄງການ ແລະ ພາກສ່ວນທີ່ກ່ຽວຂ້ອງຕ່າງໆ ຈົ່ງສືບຕໍ່ຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໃຫ້ສຳເລັດຕາມຄາດຫມາຍທີ່ໄດ້ກຳນົດໄວ້ ໂດຍສະເພາະ ແມ່ນການກະກຽມຄວາມພ້ອມດ້ານຕ່າງໆ ສໍາລັບພິທີເທເບຕົງເຊື່ອມຈອດຈຸດໃຈກາງຂອງຂົວ ໃນຕົ້ນປີ 2024 ແລະ ພິທີເປີດນຳໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ຢ່າງເປັນທາງການ ໃນທ້າຍປີ 2024 ໂດຍຈະມີບັນດາການນຳຂັ້ນສູງຂອງສອງປະເທດ ລາວ-ໄທ ເຂົ້າຮ່ວມເປັນສັກຂີພິຍານໃນພິທີດັ່ງກ່າວ. ພ້ອມດຽວກັນນີ້, ທ່ານຮອງລັດຖະມົນຕີ ຍັງໄດ້ຢໍ້າເຖິງຄວາມໝາຍຄວາມສໍາຄັນຂອງໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ນີ້ ຈະເປັນການຕອບສະໜອງຕໍ່ນະ ໂຍບາຍຂອງ ສປປ ລາວ ໃນການຫັນປະເທດຈາກປະເທດບໍ່ມີຊາຍແດນຕິດກັບທະເລ ເປັນປະເທດເຊື່ອມໂຍງ-ເຊື່ອມຈອດທາງດ້ານຄົມມະນາຄົມ ທັງເປັນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີທີ່ມີມາແຕ່ດົນນານ ກໍ່ຄື ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງ ສອງຊາດ ລາວ ແລະ ໄທ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ