ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້້າຢ້ຽມຂໍ່ານັບ ແລະ ຍື່ນໜັງສືແຕ່ງຕັ້ງຂອງ ກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາ ແຂວງຈໍາປາສັກ ຄົນໃໝ່

Dec 29, 2024

ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້້າຢ້ຽມຂໍ່ານັບ ແລະ ຍື່ນໜັງສືແຕ່ງຕັ້ງຂອງ ກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາ ແຂວງຈໍາປາສັກ ຄົນໃໝ່
ຕອນເຊົ້າຂອງວັນທີ 27 ທັນວາ 2024 ທີ່ ກະຊວງການ ຕ່າງປະເທດ, ສະຫາຍ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ຍື່ນໜັງສືແຕ່ງຕັ້ງ ຂອງ ສະຫາຍ ນາງ ຕະ ເຟືອງ ຢຸ້ງ, ກົງສຸນໃຫຍ່ ແຫ່ງ ສສ. ຫວຽດນາມ ຄົນໃໝ່ ປະຈຳ ນະຄອນປາກເຊ, ແຂວງຈໍາປາສັກ.
ໃນໂອກາດນີ້, ສະຫາຍ ຮອງລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ສະຫາຍ ນາງ ຕະ ເຟືອງ ຢຸ້ງ ທີ່ໄດ້ຮັບການແຕ່ງຕັ້ງມາດໍາລົງຕໍາແໜ່ງເປັນກົງສຸນໃຫຍ່ ແຫ່ງ ສສ. ຫວຽດນາມ ຄົນໃໝ່ ປະຈໍາ 4 ແຂວງພາກໃຕ້ ຂອງ ລາວ ກໍ່ຄື: ແຂວງ ແຂວງຈໍາປາສັກ, ສາລະວັນ, ອັດຕະປື ແລະ ເຊກອງ, ຊຶ່ງມີສໍານັກງານຕັ້ງຢູ່ ແຂວງ ຈໍາປາສັກ, ເຊິ່ງສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈຂອງ ພັກ-ລັດ ສສ. ຫວຽດນາມ ທີ່ມີຕໍ່ສະຫາຍ, ພ້ອມທັງຕີລາຄາສູງຕໍ່ການພົວພັນຮ່ວມມືທີ່ດີ ແລະ ການປະສານງານຢ່າງແໜ້ນແຟ້ນກັບບັນດາແຂວງພາກໃຕ້ຂອງ ສປປ ລາວ ໃນການເປັນເສນາທິການ ແລະ ອຳນວຍຄວາມສະດວກໃຫ້ແກ່ການແລກປ່ຽນຄະນະຜູ້ແທນ ລະຫວ່າງ ທ້ອງຖິ່ນ ແລະ ສູນ ກາງຂອງສອງປະເທດ ໃນໄລຍະຜ່ານມາ. ພິເສດ, ໃນວັນທີ 17-18 ທັນວາ 2024 ທີ່ຜ່ານມານີ້, ກົງສຸນໃຫຍ່ຫວຽດນາມ ປະຈຳ ປາກເຊ ຮ່ວມກັບອຳນາດການປົກຄອງແຂວງຈຳປາສັກ ຂອງ ສປປ ລາວ ກໍ່ໄດ້ສຳເລັດການຕ້ອນຮັບການເດີນທາງລົງໄປຢ້ຽມຢາມ ແລະ ເຮັດວຽກ ທີ່ ແຂວງຈຳປາສັກ ຂອງສະຫາຍ ບຸຍ ແທັງ ເຊີນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ການຕ່າງປະເທດ ຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະສະຫະພັນແມ່ຍິງກະຊວງການຕ່າງປະເທດຫວຽດນາມ ແລະ ລາວ ໄດ້ຮັບຜົນສຳເລັດຢ່າງຈົບງາມ.
ພ້ອມກັນນີ້, ສະຫາຍ ຮອງລັດຖະມົນຕີ ໄດ້ສະແດງຄວາມເຊື່ອ ໝັ້ນຕໍ່ສະຫາຍກົງສຸນໃຫຍ່ ໃນການນຳເອົາປະສົບປະການ ແລະ ຄວາມຮູ້ຄວາມສາມາດ ເພື່ອປະກອບສ່ວນເຂົ້າໃນການພັດທະນາ, ຊຸກຍູ້ປຸກລະດົມ, ເຕົ້າໂຮມຄວາມສາມັກຄີ ຊາວຫວຽດນາມ ທີ່ກຳລັງດຳລົງຊີວິດ ແລະ ທຳມາຫາກິນ ຢູ່ບັນດາ 4 ແຂວງພາກໃຕ້ຂອງລາວ ໃຫ້ສືບຕໍ່ປະກອບສ່ວນເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມ ຂອງ ສປປ ລາວ ກໍ່ຄືຮັດແຫນ້ນສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ລາວ-ຫວຽດ​ນາມ, ໂດຍສະເພາະ ຊຸກຍູ້ການພົວພັນຮ່ວມມື ແລະ ສົ່ງເສີມການຄ້າ-ການລົງທຶນ ລະຫວ່າງ 4 ແຂວງພາກໃຕ້ຂອງລາວ ກັບບັນດາແຂວງຂອງ ສສ. ຫວຽດນາມ ໃຫ້ໄດ້ຮັບການແຕກດອກອອກຜົນຍິ່ງໆຂຶ້ນ.
ໃນໂອກາດດຽວກັນນີ້, ສະຫາຍ ກົງສຸນໃຫຍ່ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ແລະ ໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ໃຫ້ການຮ່ວມມືຢ່າງຕັ້ງໜ້າກັບ ກະຊວງການ ຕ່າງປະເທດ ແລະ ບັນດາຂະແໜງການທ້ອງຖິ່ນຂອງ ສປປ ລາວ, ພ້ອມທັງຊຸກຍູ້ການພົວພັນຮ່ວມມື ລະຫວ່າງ ບັນດາ 4 ແຂວງພາກໃຕ້ຂອງລາວ ກັບບັນດາແຂວງຂອງ ສສ ຫວຽດນາມ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຈະເລີນງອກງາມຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ຫວຽດນາມ-ລາວ.