ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງລັດຖະມົນຕີກະຊວງການຕ່າງປະເທດເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ.

May 25, 2025

ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງ ການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສ ອາຊຽນ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ບັນດາກອງປະຊຸມເຈົ້າໜ້າອາວຸໂສ ເພື່ອກະກຽມໃຫ້ແກ່ກອງປະຊຸມສຸດ ຍອດອາຊຽນຄັ້ງທີ 46 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ.
ໃນວັນທີ 23-24 ພຶດສະພາ 2025 ທີ່ ກົວລາລຳເປີ, ປະເທດ ມາເລເຊຍ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະ ມົນຕີຕ່າງປະເທດ, ທັງເປັນຫົວຫນ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ນຳພາຄະນະ ເຂົ້າ ຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ, ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ-ສະພາການຮ່ວມມືເຂດອ່າວ (ຈີຊີຊີ) ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ-ສະພາການຮ່ວມມືເຂດອ່າວ-ສປ ຈີນ.
ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ-ຈີຊີຊີ ໄດ້ປຶກສາຫາ ລື ເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ-ຈີຊີຊີ ຄັ້ງ ທີ 2 ທີ່ຈະຈັດຂຶ້ນໃນວັນທີ 27 ພຶດສະພາ 2025, ໂດຍສະເພາະແມ່ນຄວາມຄືບໜ້າໃນການ ເຈລະຈາເອກະສານຜົນກອງປະຊຸມ ເພື່ອໃຫ້ທັນຮັບຮອງເອົາໃນໂອກາດກອງປະຊຸມສຸດຍອດອາຊຽນ -ຈີຊີຊີ ຄັ້ງທີ 2. ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ-ຈີຊີຊີ-ຈີນ ໄດ້ປຶກສາຫາລື ເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດອາ ຊຽນ-ຈີຊີຊີ-ຈີນ ທີ່ຈະຈັດຂຶ້ນເປັນຄັ້ງທໍາອິດ ໃນວັນທີ 27 ພຶດ ສະພາ 2025, ລວມທັງໄດ້ປຶກສາຫາລື ເອກະສານຜົນຂອງກອງປະຊຸມສຸດຍອດດັ່ງກ່າວ.
ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ໄດ້ປຶກສາຫາລືກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນ ດໍາເນີນງານການເຂົ້າເປັນສະມາຊິກອາຊຽນຂອງ ຕີມໍແລັດສະເຕ, ຊຶ່ງໂດຍລວມເຫັນວ່າມີຄວາມຄືບໜ້າເປັນຢ່າງດີ. ພ້ອມນີ້, ກອງປະຊຸມໄດ້ປຶກສາຫາລືກ່ຽວກັບການສະເໜີເຂົ້າເປັນພາຄີຂອງ ສົນທິ ສັນຍາໄມຕີຈິດ ແລະ ການຮ່ວມມື ໃນອາຊີຕາເວັນອອກສ່ຽງໃຕ້ ຂອງບັນດາປະເທດນອກພາກພື້ນທີ່ມີຄວາມສົນໃຈ.
ນອກຈາກນີ້, ກອງປະຊຸມຍັງໄດ້ ປຶກສາຫາລືກ່ຽວກັບການພົວພັນພາຍນອກຂອງອາຊຽນ ໂດຍໄດ້ເນັ້ນປໍ້າຄວາມສໍາຄັນໃນການຮັດແໜ້ນຄວາມເປັນ ແກນກາງ ແລະ ບົດບາດການນໍາພາຂອງອາຊຽນໃນການຮ່ວມມືກັບພາຍນອກ ໂດຍຜ່ານບັນດາກົນ ໄກທີ່ອາຊຽນເປັນຜູ້ນໍາພາ, ທີ່ສໍາຄັນ, ກອງປະຊຸມ ໄດ້ປຶກສາຫາ ລືການກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ແລະ ບັນດາກອງປະຊຸມສຸດຍອດກ່ຽວຂ້ອງ ທີ່ຈະຈັດຂຶ້ນໃນວັນ ທີ 26-27 ພຶດສະພາ 2025.
May be an image of 2 people, dais and text