ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລົງຊຸກຍູ້ຕິດຕາມຈຸດປ້ອງກັນ

Oct 11, 2024

ໃນຕອນຄໍ່າວັນທີ 10 ຕຸລາ 2024 ນີ້, ພົນຕີ ສົມວັນ ສາຍລ້ອງພາ ຮອງລັດຖະມົນກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ລົງເຄື່ອນໄຫວຊຸກຍູ້ຕິດຕາມບັນດາຈຸດປ້ອງກັນເພື່ອໃຫ້ກໍາລັງໃຈ ນາຍ ແລະ ພົນຕໍາຫຼວດ, ນາຍ ແລະ ພົນທະຫານ ທີ່ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ປ້ອງກັນເວນຍາມກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ທີ່ ສປປ ລາວ ເປັນເຈົ້າພາບ, ຢູ່ຈຸດປ້ອງກັນເມືອງຈັນທະບູລີ ນະຄອນຫຼວງວຽງຈັນ, ໃນໂອກາດທີ່ລົງເຄື່ອນແຕ່ລະຈຸດປ້ອງກັນ ທ່ານຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ໄດ້ຊົມເຊີຍຕໍ່ນາຍ ແລະ ພົນຕໍາຫຼວດ, ນາຍ ແລະ ພົນທະຫານທຸກເລົ່າຮົບຂອງສອງກໍາລັງປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ແຕ່ລະຈຸດປ້ອງກັນທີ່ໄດ້ສຸມໃສ່ໃນການປະຕິບັດໜ້າທີ່ຢ່າງເຂັ້ມງວດ ແລະ ມີຄວາມຮັບຜິດຊອບຕໍ່ໜ້າທີ່ໆໄດ້ຮັບມອບໝາຍ, ພ້ອມທັງຊີ້ນໍາໃຫ້ນາຍ ແລະ ພົນຕໍາຫຼວດ, ນາຍ ແລະ ພົນທະຫານທຸກສະຫາຍ ຕ້ອງສຸມທຸກກໍາລັງແຮງເຂົ້າໃສ່ວຽກງານປ້ອງກັນປະຈໍາຈຸດທີ່ຕົນໄດ້ຮັບມອບໝາຍໃຫ້ຮັບປະກັນຄວາມສະຫງົບ, ຄວາມປອດໄພຮອບດ້ານ, ເພື່ອເຮັດໃຫ້ກອງປະຊຸມສຸດຍອດອາຊຽນທີ່ມີຄວາມໝາຍສໍາຄັນທີ່ ສປປລາວ ເປັນເຈົ້າພາບ ຮັບປະກັນໄດ້ຄວາມສະຫງົບ, ຄວາມປອດໄພຮ້ອຍສ່ວນຮ້ອຍ.
ໃນໂອກາດທີ່ໄດ້ລົງເຄື່ອນໄຫວຕິດຕາມເບິ່ງແຕ່ລະຈຸດປ້ອງກັນ ທ່ານ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ໄດ້ມອບນໍ້າດື່ມໃຫ້ຈຸດປ້ອງກັນຕື່ມອີກ.
ທີ່ມາ: ຄວາມສະຫງົບລາວ