ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງລັດຖະມົນຕີກະຊວງປ້ອງກັນປະເທດເດີ່ນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງວັນມູນເຊື້ອກົມໃຫ່ຍການເມືອງກອງທັບປະຊາ ຊົນຫວຽດນາມຄົບຮອບ 80 ປີ

Dec 15, 2024

ວັນທີ 12 ທັນວາ 2024 ນີ້ ສະຫາຍ ພົນໂທ ທອງລອຍ ສີລິວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫ່ຍການເມືອງກອງທັບ ພ້ອມຄະນະ ໄດ້ເດີນທາງເຂົ້າຮ່ວມງານພິທີສະເຫຼີມສະຫລອງວັນມູນເຊື້ອກົມໃຫ່ຍການເມືອງກອງທັບປະຊາຊົນຫວຽດນາມຄົບຮອບ 80 ປີ ທີ່ ຮ່າໂນ່ຍ ສສ ຫວຽດ ນາມ ມີສະຫາຍ ໂຕ ເລີ່ມ ເລຂາທິການໃຫ່ຍສູນກາງພັກຄອມມູ ນິດຫວຽດນາມ,ສະຫາຍ ເລື່ອງ ເກື່ອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ສະຫາຍ ພົນເອກ ຟານ ວັນ ຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ພ້ອມດ້ວຍນາຍ ແລະ ພົນທະຫານກອງທັບປະຊາຊົນຫວຽດນາມ, ແຂກຖືກເຊີນ ເຂົ້າ ຮ່ວມ.
ໃນພິທີ ສະຫາຍ ພົນໂທ ຈິ້ງ ວັນ ກວຽດ ຫົວໜ້າກົມໃຫ່ຍການເມືອງກອງທັບປະຊາຊົນຫວຽດນາມ ໄດ້ຂຶ້ນກ່າວຫວນຄືນມູນເຊື້ອຕະຫຼອດໄລຍະ 80 ປີ ແຫ່ງການກໍາເນີດເຕີ່ບໃຫຍ່ຂະຫຍາຍຕົວສູ້ຮົບມີໄຊຂອງກົມໃຫຍ່ການເມືອງກອງທັບປະຊາ ຊົນຫວຽດນາມ ໄດ້ຕິດພັນຢ່າງເລິກເຊິ່ງກັບການເຮັດສໍາເລັດໜ້າທີ່ອັນມີກຽດສະຫງ່າຂອງກອງທັບປະຊາຊົນຫວຽດນາມໃນພາລະກິດຕໍ່ສູ້ປົດປ່ອຍຊາດຕ້ານກັບພວກລ່າເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່ໃຫ້ປະລາໄຊຢ່າງເຈັບແສບ ສາມາດປົດປ່ອຍປະເທດຊາດຫວຽດນາມໄດ້ຢ່າງສົມບູນ ພາຍໃຕ້ການນໍາພາເດັດ ຂາດໂດຍກົງຮອບດ້ານສະຫຼາດສ່ອງໃສຂອງພັກກອມມູນນິດຫວຽດນາມ ແລະ ປະທານ ໂຮ່ຈີມິນ ຜູ້ນໍາທີ່ແສນເຄົາລົບຮັກຂອງປະຊາຊົນຫວຽດນາມ ໄດ້ເຮັດໃຫ້ກົມໃຫຍ່ການເມືອງກອງ ທັບປະຊາຊົນຫວຽດນາມຍາດໄດ້ໄຊຊະນະອັນໃຫຍ່ຫຼວງມາໃຫ້ປະເທດຊາດກໍ່ຄືປະຊາຊົນຫວຽດນາມຢ່າງສະຫງ່າລາສີຕະ ຫລອດມາ.
ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດຫວຽດນາມ ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດ ນາມໄດ້ດໍາລົງບົດບາດສຸດທີ່ສໍາຄັນເຮັດໜ້າທີ່ຕົ້ນຕໍໃນການກໍ່ສ້າງກອງທັບປະຊາຊົນຫວຽດນາມໃຫ້ໜັກແໜ້ນທາງດ້ານການເມືອງ ແລະ ເຂັ້ມແຂງທາງດ້ານການຈັດຕັ້ງ ເຮັດສໍາເລັດທຸກໜ້າທີ່ ທີ່ ພັກ-ລັດ ແລະ ປະຊາຊົນຫວຽດນາມມອບໝາຍໃຫ້ ເຊິ່ງການ ເຄື່ອນໄຫວເຮັດໜ້າທີ່ຂອງກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມບໍ່ພຽງແຕ່ແມ່ນຫຼັກການພື້ນຖານເທົ່ານັ້ນ, ແຕ່ຍັງແມ່ນເຄື່ອງມືອັນແຫຼມຄົມຂອງພັກກອມມູນິດຫວຽດນາມໃນການປັບປຸງກໍ່ສ້າງກຳລັງປະກອບອາວຸດ ກອງທັບປະຊາຊົນຫວຽດນາມໃຫ້ໜັກແໜ້ນເຂັ້ມແຂງໃນທຸກດ້ານ ສຸມໃສ່ສ້າງວຽກງານການເມືອງໃຫ້ກາຍເປັນຈິດວິນຍານ ແລະ ເລືອດເນື້ອຂອງກອງທັບປະຊາຊົນຫວຽດນາມ ກຽມພ້ອມເຮັດສໍາເລັດໜ້າທີ່ໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດຫວຽດ ນາມໃຫ້ໝັ້ນຄົງຕະຫຼອດໄປ.
ການຈັດຕັ້ງພິທີສະເຫຼີມສະຫລອງວັນມູນເຊື້ອກົມໃຫ່ຍການ ເມືອງກອງທັບປະຊາຊົນຫວຽດນາມຄົບຮອບ 80 ປີ ຢູ່ ນະຄອນ ຫຼວງຮ່າໂນ່ຍ ສສ ຫວຽດນາມ ຄັ້ງນີ້ ສຸດທີມີຄວາມໝາຍ-ຄວາມສໍາຄັນເປັນຢ່າງຍິ່ງຕໍ່ກອງທັບປະຊາຊົນຫວຽດນາມເປັນການເອກອ້າງທະນົງໃຈຕໍ່ຜົນງານອັນໃຫຍ່ຫຼວງ, ນໍາໃຈເສຍສະຫຼະອັນສູງສົ່ງ ແລະ ການຕໍ່ສູ້ອັນພິລະອາດຫານບໍ່ຍອມຈໍານົນ ຂອງພະນັກ ງານ-ນັກຮົບ ເຫຼົ່າຮົບການເມືອງຂອງກອງທັບປະຊາຊົນຫວຽດ ນາມ ເພື່ອຄວາມຢູ່ເຢັນເປັນສຸກຂອງປະຊາຊົນ ແລະ ຄວາມຈະ ເລີນຮຸ່ງເຮືອງຂອງປະເທດຊາດຫວຽດນາມ.
ພາບ-ຂ່າວ: ຮ້ອຍເອກ ມິກກີ້ ແກ້ວສຸວັນ