ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນສະເໜີຈຸດດີ ແລະ ເງື່ອນໄຂອໍານວຍຄວາມສະດວກຕ່າງໆຕໍ່ນັກລົງທຶນຕ່າງປະເທດ

Sep 26, 2024

ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນສະເໜີຈຸດດີ ແລະ ເງື່ອນໄຂອໍານວຍຄວາມສະດວກຕ່າງໆຕໍ່ນັກລົງທຶນຕ່າງປະເທດເທິງເວທີໂຄສະນາການລົງທຶນໃນປະເທດລາວ ໃນງານວາງສະແດງສິນຄ້າຈີນອາຊຽນ ຄັ້ງທີ 21 ທີ່ໜານນິງ ເຂດກວາງຊີປົກຄອງຕົນເອງຈີນ ໃນວັນທີ 25 ກັນຍານີ້, ມີນັກລົງທຶນທັງພາຍໃນແລະຕ່າງປະເທດເຂົ້າຮັບຟັງຢ່າງຫຼວງຫຼາຍ, ໃນງານຍັງມີການສົນທະນາແລກປ່ຽນປະສົບການຈາກນັກລົງທຶນທີ່ເຄີຍລົງທຶນໃນລາວຕື່ມອີກ.