ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງລັດຖະມົນຕີກະຊວງ ປກສ ລົງຢ້ຽມຢາມ-ມອບເງິນຊ່ວຍເຫຼືອຄອບຄົວນາຍ ແລະ ພົນຕໍາຫຼວດ ທີ່ໄດ້ຜົນກະທົບຈາກພະຍຸລະດູຮ້ອນ

Mar 30, 2026

ວັນທີ 28 ມີນາ 2026, ພົຈວ ຄອນສະຫວັນ ສົມພາໄຊ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຫຼື ປກສ ທັງເປັນຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມໃຫ້ກໍາລັງໃຈ ແລະ ມອບເງິນນະໂຍບາຍຊ່ວຍເຫຼືອບັນເທົາທຸກ ແລະ ໃຫ້ການຊ່ວຍເຫຼືອຄອບຄົວນາຍ ແລະ ພົນຕໍາຫຼວດ ສັງກັດກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ທີ່ໄດ້ຜົນກະທົບຈາກພະຍຸລະດູຮ້ອນພັດຜ່ານ ເຮັດໃຫ້ເກີດໝາກເຫັບໃຫຍ່ຕົກໃສ່ຫຼັງຄາເຮືອນໄດ້ຮັບຄວາມເສຍຫາຍໜັກ ໃນຄັ້ງວັນທີ 22 ມີນາ 2026.
May be an image of text May be an image of text
ການມອບເງິນຊ່ວຍເຫຼືອໃນຄັ້ງນີ້, ຈຸດທີ 1 ມີ 4 ບ້ານ ຄື: ບ້ານໂພນສົມບູນ, ບ້ານຕາດທອງ, ບ້ານທົ່ງປົ່ງ ເມືອງສີໂຄດຕະບອງ ແລະ ບ້ານດົງຫຼວງ ເມືອງນາຊາຍທອງ. ໃນນັ້ນ, ມີຄອບຄົວນາຍ ແລະ ພົນຕໍາຫຼວດ ກົມໃຫຍ່ການເມືອງ ປກສ ຈຳນວນ 7 ຄອບຄົວ, ໂດຍມອບເງິນຊ່ວຍເຫຼືອໃຫ້ຄອບຄົວລະ 10.000.0000 ກີບ ແລະ ນໍ້າດື່ມຈໍານວນໜຶ່ງ.
May be an image of one or more people May be an image of text
ໃນໂອກາດນີ້, ພັທ ສຸກສະຫວັນ ແກ້ວບຸນພັນ ພະນັກງານກົມປ້ອງກັນກໍາລັງ ແລະ ຄອບຄົວ ທ່ານ ບຸນແຮງ ຫົງສາ ອະດີດພະນັກງານບໍານານ ກະຊວງ ປກສ ຊຶ່ງແມ່ນໝຶ່ງໃນຫຼາຍຄອບຄົວທີ່ໄດ້ຮັບຜົນກະທົບຈາກພະຍຸດັ່ງກ່າວ ໄດ້ສະແດງຄວາມຂອບໃຈ ມາຍັງການຈັດຕັ້ງ ກໍຄື ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ທີ່ໄດ້ລົງມາຢ້ຽມຢາມຖາມຂ່າວ, ມອບການຊ່ວຍເຫຼືອ ແລະ ໃຫ້ກໍາລັງໃນຄັ້ງນີ້.