ໃນວັນທີ 17 ມິຖຸນາ 2025, ທີ່ ກະຊວງການຕ່າງປະເທດ, ສະຫາຍ ນາງ ຟອງສະໝຸດ ອັ່ນລາວັນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາ ຂອງ ສະຫາຍ ນາງ ກຽວ ທິ ຮັ່ງ ຟຸກ, ກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາ ແຂວງ ຫຼວງພະບາງ, ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ໃນໂອກາດນີ້, ສະຫາຍ ນາງ ຟອງສະໝຸດ ອັ່ນລາວັນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຊົມເຊີຍ ສະຫາຍ ນາງ ກຽວ ທິ ຮັ່ງ ຟຸກ ທີ່ໄດ້ປະຕິບັດໜ້າທີ່ ອັນມີກຽດຂອງຕົນ ດ້ວຍຜົນສໍາເລັດອັນຈົບງາມ ຕະຫຼອດໄລຍະ 3 ປີ (7/2022 – 6/2025), ໂດຍສະເພາະແມ່ນຜົນງານໃນການເປັນຂົວຕໍ່ໃຫ້ແກ່ການພົວພັນຮ່ວມມືໃນຫຼາຍດ້ານ ຊື່ງເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຂອງສອງປະເທດ ເວົ້າລວມ, ເວົ້າສະເພາະແມ່ນການເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ 8 ແຂວງພາກເໜືອຂອງລາວ ກັບ ບັນດາແຂວງຕ່າງໆຂອງ ສສ ຫວຽດນາມ ລວມທັງໄດ້ເອົາໃຈໃສ່ເຄື່ອນໄຫວຊີ້ນຳສະມາຄົມຫວຽດນາມ ຢູ່ ບັນດາແຂວງພາກເໜືອຂອງລາວ ໃນການປະກອບສ່ວນເຂົ້າໃນການພັດທະນາທ້ອງຖິ່ນ, ການເຄົາລົບກົດໝາຍ ແລະ ລະບຽບການຂອງ ສປປ ລາວ ກໍຄືການປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຂອງສອງປະເທດ. ໃນຕອນທ້າຍ, ສະຫາຍ ຮອງລັດຖະມົນຕີ ນາງ ຟອງສະໝຸດ ອັ່ນລາວັນ ໄດ້ອວຍພອນໃຫ້ ສະຫາຍ ກົງສຸນໃຫຍ່ ນາງ ກຽວ ທິ ຮັ່ງ ຟຸກ ປະສົບຜົນສຳເລັດໃນໜ້າທີ່ໃໝ່ ແລະ ເຊື່ອໝັ້ນຢ່າງໜັກແໜ້ນວ່າພາຍຫຼັງກັບຄືນປະເທດແລ້ວ ສະຫາຍ ກົງສຸນໃຫຍ່ກໍຈະສືບຕໍ່ນໍາໃຊ້ປະສົບການ ແລະ ຄວາມສາມັກຄີຮັກແພງຂອງຕົນ ເພື່ອປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ-ຫວຽດນາມ.
ໃນໂອກາດດຽວກັນນີ້, ສະຫາຍ ກົງສຸນໃຫຍ່ ນາງ ກຽວ ທິ ຮັ່ງ ຟຸກ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ພັກ-ລັດຖະບານ ແຫ່ງ ສປປ ລາວ, ໂດຍສະເພາະກະຊວງການຕ່າງປະເທດ ທີ່ໄດ້ໃຫ້ຄວາມຮ່ວມມື ແລະ ອຳນວຍຄວາມສະດວກໃນດ້ານຕ່າງໆ ຊື່ງໄດ້ເຮັດໃຫ້ການປະຕິບັດໜ້າທີ່ຂອງຕົນ ຢູ່ ສປປ ລາວ ຕະຫຼອດໄລຍະ 3 ປີ ທີ່ຜ່ານມາ ປະສົບຜົນສຳເລັດຢ່າງຈົບງາມ ພ້ອມທັງໄດ້ສະແດງຄວາມເຊື່ອໝັ້ນວ່າ ຕົນເອງຈະສືບຕໍ່ປະກອບສ່ວນເຂົ້າໃນການຊຸກຍູ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.





