ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງລັດຖະມົນຕີ ກະຊວງຍຸຕິທໍາ ຕ້ອນຮັບການເຂົ້າຢ້ຽມຢາມຂອງຜູ້ຕາງໜ້າປະຈໍາການພາກພື້ນອາຊີ

Feb 20, 2025

ຮອງລັດຖະມົນຕີ ກະຊວງຍຸຕິທໍາ ຕ້ອນຮັບການເຂົ້າຢ້ຽມຢາມຂອງຜູ້ຕາງໜ້າປະຈໍາການພາກພື້ນອາຊີ
ວັນທີ 18 ກຸມພາ 2025, ທີ່ ກະຊວງຍຸຕິທໍາ, ທ່ານ ເກດສະໜາ ພົມມະຈັນ ຮອງລັດຖະມົນຕີກະຊວງຍຸຕິທໍາ ໄດ້ຕ້ອນຮັບການເຂົ້າຢ້ຽມຢາມຂອງ ທ່ານ ໂຣເບີດ ດີ ວາ ຮາ (Mr. Robert DE WAHA),ຜູ້ຕາງໜ້າປະຈໍາການພາກພື້ນອາຊີ .
ການເຂົ້າພົບຂອງທ່ານ ໂຣເບີດ ດີ ວາຮາ ໃນຄັ້ງນີ້ ແມ່ນເປັນໂອກາດທີ່ດີໃນການທົບທວນຄືນການຊ່ວຍເຫຼືອຂອງລັດຖະບານລຸກຊຳບວກຕໍ່ຂະແໜງຍຸຕິທຳ ເວົ້າລວມ, ໃນການຈັດຕັ້ງປະຕິບັດໂຄງການເສີມສ້າງລັດແຫ່ງກົດໝາຍ, ການເຂົ້າເຖິງຄວາມຍຸຕິທຳ ແລະ ການປົກຄອງທີ່ດີ ໃນ ສປປ ລາວ (ລາວ/037) ເວົ້າສະເພາະ ແລະ ແຜນການຮ່ວມມືໃນຕໍ່ໜ້າໂດຍລວມແມ່ນເຫັນດີຕາມແຜນກິດຈະກໍາ ສໍາລັບແຜນການເງີນແມ່ນເຫັນດີຕາມການຄຸ້ມຄອງການເງີນ DAFI ລວມທັງຄຸ້ມຄອງການເງີນຂອງບັນດາກົມ ແລະ ແຂວງທີ່ໄດ້ຮັບການສະໜັບສະໜູນດ້ານງົບປະມານເຂົ້າໃນກິດຈະກໍາ ໂດຍຜ່ານການເງີນຂອງຫ້ອງການກະຊວງ.
ໃນໂອກາດນີ້ ທ່ານ ໂຣເບີດ ດີ ວາຮາ ໄດ້ແນະນຳ ທ່ານ ລີຈີນໍ ພາສທຣານາ (Mr. Reginal Pastrana), ທີ່ປຶກສາອາວຸໂສໂຄງການລາວ/037 ຄົນໃໝ່, ທີ່ຈະມາເປັນທີ່ປຶກສາທາງດ້ານວິຊາການຊ່ວຍຂະແໜງຍຸຕິທຳໃນການປະຕິບັດກິດຈະກຳຂອງໂຄງ ການ ໂດຍສະເພາະແມ່ນການສ້າງນິຕິກຳ ແລະ ເພື່ອສົ່ງເສີມການສ້າງລັດທີ່ປົກຄອງດ້ວຍກົດໝາຍ.
ທ່ານ ເກດສະໜາ ພົມມະຈັນ, ຮອງລັດຖະມົນຕີກະຊວງຍຸຕິທຳ ໄດ້ສະແດງຄວາມຍິນດີຕ້ອນແລະ ສະແດງຄວາມຂອບໃຈຕໍ່ ທ່ານ ໂຣເບີດ ດີ ວາຮາ ແລະ ທ່ານ ລີຈີນໍ ພາສທຣານາ, ຊຶ່ງໄລຍະຜ່ານມາ ທ່ານ ລີຈີນໍ ມີປະສົບການສູງໃນການໄດ້ເຮັດວຽກຮ່ວມກັບຂະແໜງຍຸຕິທຳໃນຕໍາແໜ່ງຫົວໜ້າທີ່ປຶກສາທາງດ້ານວິຊາການຂອງໂຄງການສະໜັບສະໜູນການສິດສອນ ແລະ ການຝຶກອົບຮົມກົດໝາຍເພື່ອສົ່ງ ເສີມການສ້າງລັດແຫ່ງກົດໝາຍຢູ່ ສປປ ລາວ (ໂຄງການລາວ/031).
ທ່ານ ເກດສະໜາ ພົມມະຈັນ ຍັງໄດ້ຊີ້ນໍາ ຫ້ອງການກະຊວງ ແລະ ກົມຮ່ວມມືສາກົນ ເຮັດວຽກຢ່າງໃກ້ຊິດຮ່ວມກັບໂຄງການ ລາວ/037 ກໍຄືລຸກຊໍາບວກເພື່ອສະ ໜັບສະໜູນຂະແໜງຍຸຕິທໍາ ໃນການສົ່ງເສີມການສ້າງລັດທີ່ປົກຄອງດ້ວຍກົດ ໝາຍ ແລະ ຫວັງຢ່າງຍິ່ງວ່າລັດຖະບານລຸກຊໍາບວກຈະສືບຕໍ່ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນວຽກງານຂອງຂະແໜງຍຸຕິທໍາໃນຕໍ່ໜ້າ.
ທີ່ມາ: ກົມຮ່ວມມືສາກົນ, ກະຊວງຍຸຕິທໍາ