ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງລັດຖະມົນຕີ ກະຊວງຍຸຕິທໍາ ຕ້ອນຮັບການເຂົ້າຢ້ຽມຢາມ ແລະເຮັດວຽກຮ່ວມ ຂອງ ຜູ້ອໍານວຍການໂຮງຮຽນຝຶກອົບຮົມວິຊາຊີບທະນາຍຄວາມ ຝຣັ່ງ

Feb 22, 2025

ວັນທີ 20 ກຸມພາ 2025 ທີ່ຫ້ອງຮັບແຂກກະຊວງຍຸຕິທໍາ, ທ່ານ ເກດສະໜາ ພົມມະຈັນ ຮອງລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ Gilles Accomando, ຜູ້ອໍານວຍການໂຮງຮຽນຝຶກອົບຮົມວິຊາຊີບທະນາຍຄວາມ ຝຣັ່ງ (EFB) ພ້ອມດ້ວຍຄະນະ.
ຈຸດປະສົງຂອງການເຂົ້າຢ້ຽມຂ່ຳນັບໃນຄັ້ງນີ້ ເພື່ອປຶກສາຫາລື ກ່ຽວກັບແຜນ ການຮ່ວມມືລະຫວ່າງໂຮງຮຽນຝຶກອົບຮົມທະນາຍຄວາມ ຝຣັ່ງ ແລະ ສະພາທະນາຍ ຄວາມລາວ ພາຍໃຕ້ແຜນປະຕິບັດງານປະຈຳປີ 2025 ຂອງໂຄງການ JuSTICE ເປັນຕົ້ນ ແມ່ນວຽກງານການສ້າງກົດໝາຍ, ພາລະບົດບາດ ແລະ ສະພາບການຈັດ ຕັ້ງປະຕິບັດວຽກຂອງກະຊວງຍຸຕິທຳລາວ ໃນຂະບວນການຍຸຕິທຳ ຢູ່ ສປປ ລາວ; ວິ ທີການ ແລະ ແນວທາງ ໃນການສ້າງຄວາມເຊື່ອໝັ້ນໃຫ້ປະຊາຊົນຕໍ່ຂະບວນການຍຸ ຕິທຳຢູ່ ສປປ ລາວ.
ໃນໂອກາດນີ້ ທ່ານ ຮອງລັດຖະມົນຕີກະຊວງຍຸຕິທຳ ໄດ້ສະແດງຄວາມຍິນດີ ແລະ ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ການມາປະຕິບັດໜ້າທີ່ວຽກງານຢູ່ ສປປ ລາວ ໃນຄັ້ງນີ້ ແລະ ສະແດງຄວາມຂອບໃຈ ຕໍ່ທ່ານຜູ້ອຳນວຍການໂຮງຮຽນຝຶກອົບຮົມວິຊາຊີບທະນາຍຄວາມຝຣັ່ງ ຫວັງຢ່າງຍິ່ງວ່າທ່ານຈະສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມື ແລະ ໃຫ້ການສະໜັບສະໜູນຊ່ວຍ ເຫຼືອວຽກງານຂະແໜງຍຸຕິທຳ ໃຫ້ແຕກດອກອອກຜົນ ຍິ່ງໆຂຶ້ນໄປເລື້ອຍໆ.
ທ່ານ ຜູ້ອໍານວຍການໂຮງຮຽນຝຶກອົບຮົມວິຊາຊີບທະນາຍຄວາມ ຝຣັ່ງ (EFB) ພ້ອມດ້ວຍຄະນະກໍໄດ້ສະແດງ ຄວາມຂອບໃຈຕໍ່ ທ່ານຮອງລັດຖະມົນຕີກະຊວງຍຸຕິ ທຳ ແຫ່ງ ສປປ ລາວ ທີ່ໄດ້ອຳນວຍຄວາມສະດວກທຸກດ້ານ ຕໍ່ການເຄື່ອນໄຫວວຽກ ງານໃນຄັ້ງນີ້ ພ້ອມທັງສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ແລະ ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ເປັນຄູ່ຮ່ວມມືທີ່ດີ ແລະ ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນຂະແໜງຍຸຕິທໍາຕື່ມອີກໃນຕໍ່ໜ້າ.
ຂ່າວ-ພາບ: ບຸນຖອມ ພະສະແຫວງ