ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງລັດຖະມົນຕີ ກະຊວງຍຸຕິທໍາ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ມູນນິທິແມັກຄອນນອລ ແລະ ມູນນິທິເອເຊຍ

Mar 13, 2025

ໃນວັນທີ 12 ມີນາ 2025 ທີ່ກະຊວງຍຸຕິທໍາ, ທ່ານ ເກດສະໜາ ພົມມະຈັນ ຮອງລັດຖະມົນຕີກະຊວງຍຸຕິທໍາ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ເຈສຊີກ້າ ໂຣນ, ຫົວໜ້າແຜນງານ ມູນນິທິແມັກຄອນນອລ ແລະ ທ່ານ ນາງ ຮາລີອຸນໂກ ກັນບັດ, ຮັກສາການຜູ້ຕາງໜ້າອົງການມູນນິທິເອເຊຍ ພ້ອມດ້ວຍທີມງານມູນນິທິ ປະຈໍາ ສ ປປ ລາວ.
ຈຸດປະສົງໃນການມາຢ້ຽມຂໍ່ານັບຂອງ ມູນນິິທິແມັກຄອນນອລ (TMF) ໃນຄັ້ງນີ້ເພື່ອທົບທວນຄືນວຽກງານທີ່ໄດ້ໃຫ້ທຶນ ແລະ ສະໜັບສະໜູນໃນການຈັດກິດຈະກຳວຽກງານຊ່ວຍເຫຼືອທາງດ້ານກົດໝາຍ ນັບແຕ່ປີ 2008 ເປັນຕົ້ນມາ ໂດຍລິເລີ່ມສ້າງຫ້ອງການຊ່ວຍເຫຼືອທາງດ້ານກົດໝາຍ ຮ່ວມກັບສະພາທະນາຍຄວາມ ແລະ ພະແນກຍຸຕິທຳແຂວງ ໄຊຍະບູລີ ໂດຍສະເພາະ ຫ້ອງການຍຸຕິທຳ ເມືອງແກ່ນທ້າວ ຊຶ່ງການລິເລີ່ມນັ້ນ ໄດ້ຮັບຜົນສຳເລັດຢ່າງສູງ ແລະ ສົ່ງເສີມໃຫ້ປະຊາຊົນເຂົ້າເຖິງຄວາມຍຸຕິທຳ; ຕໍ່ມາກະຊວງຍຸຕິທຳ ເຫັນໄດ້ເຖິງຄວາມສຳຄັນໃນວຽກດັ່ງກ່າວ ຈິ່ງໄດ້ຮ່ວມກັບມູນນິທິເອເຊຍ ໃນການສ້າງດຳລັດວ່າດ້ວຍການຊ່ວຍເຫຼືອທາງດ້ານກົດ ໝາຍຂຶ້ນ ໃນປີ 2018 ແລະ ສ້າງຕັ້ງຫ້ອງການຊ່ວຍເຫຼືອທາງດ້ານກົດໝາຍ ທັງໝົດ 94 ຫ້ອງການ ໃນຂອບເຂດທົ່ວປະເທດ ແລະ 17 ຫ້ອງການທີ່ຂຶ້ນກັບສະພາທະ ນາຍຄວາມ. ການສະໜັບສະໜູນນີ້ ແມ່ນທຶນສົມທົບລະຫວ່າງ ອົງການ USAID & TMF; ພ້ອມນີ້ ເພື່ອສະແດງຄວາມຂອບໃຈມາຍັງກະຊວງຍຸຕິທຳກ່ຽວ ກັບການເປັນຄູ່ຮ່ວມງານທີ່ດີ ລະຫວ່າງ ມູນນິທິແມັກຄອນນອລ ກໍຄື ມູນນິທິເອຊຍ ໃນນາມຜູ້ຈັດຕັ້ງປະຕິບັດກິດຈະກຳ ຮ່ວມກັບກະຊວງຍຸຕິທຳ ພາຍໃຕ້ບົດບັນທຶກຄວາມເຂົ້າໃຈສະບັບທີ່ລົງນາມຮ່ວມກັນໃນ ປີ 2025 ແລະ ເປັນການເນັ້ນເຖິງສາຍສຳພັນອັນດີ ລະຫວ່າງ ກະຊວງຍຸຕິທຳ, ມູນນິທິແມັກຄອນນອລ ແລະ ມູນນິທິເອ ເຊຍ ໃນການສົ່ງເສີມການເຂົ້າເຖິງກົດໝາຍ ແລະ ຄວາມຍຸຕິທຳ ໃຫ້ແກ່ປະຊາຊົນລາວ ລວມທັງສົ່ງເສີມວຽກງານຍຸຕິທຳຮາກຖານ ໂດຍສະເພາະວຽກງານໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ.
ໃນໂອກາດນີ້ ທ່ານ ເກດສະໜາ ພົມມະຈັນ, ຮອງລັດຖະມົນຕີກະຊວງຍຸຕິທໍາ ໄດ້ສະແດງຄວາມຂອບໃຈຕໍ່ການມາຢ້ຽມຢາມຂອງ ທ່ານ ນາງ ເຈສຊີກ້າ ໂຣນ ແລະ ທ່ານ ນາງ ຮາລີອຸນໂກກັນບັດ ພ້ອມດຽວກັນນີ້ ທ່ານຍັງໄດ້ຊີ້ນໍາບັນດາກົມທີ່ກ່ຽວ ຂ້ອງໃຫ້ເຮັດວຽກຢ່າງໃກ້ຊິດຮ່ວມກັບມູນນິທິເອເຊຍ ແລະ ຫວັງຢ່າງຍິ່ງວ່າມູນນິທິແມັກຄອນນອລ ກໍຄືມູນນິທິເອເຊຍ ຈະສືບຕໍ່ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະ ໜູນວຽກງານຂອງຂະແໜງຍຸຕິທໍາໃນຕໍ່ໜ້າອີກດ້ວຍ.
ຂ່າວ-ພາບ: ໄໝສີສົດ ສິນພອນເພັດ