ວັນທີ 2 ມີນາ 2025 ນີ້, ທ່ານ ພົນໂທ ທອງລອຍ ສີລິວົງ ກຳມະການສູນກາງພັກ, ຮອງລັດ ຖະມົນຕີ ກະຊວງປ້ອງກັນປະ ເທດ, ຫົວໜ້າຄະນະຊີ້ນຳວຽກງານກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນາບົດຮອບດ້ານ ແລະ ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາພັກແຂວງ, ເຈົ້າ ແຂວງ, ປະທານຄະນະກຳມະການ ປກຊ- ປກສ ແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວ ຊຸກຍູ້ ວຽກງານກໍ່ສ້າງຮາກ ຖານການເມືອງ ແລະ ການພັດທະນາພື້ນ ຖານໂຄງລ່າງ ຢູ່ຈຸດສຸມ ມົກສະລະ, ເມືອງຮຸນ, ແຂວງອຸດົມໄຊ.
ກຸ່ມບ້ານມົກສະລະ ຕັ້ງຢູ່ທິດຕາເວັນອອກຫ່າງຈາກເທດສະ ບານເມືອງຮຸນ 23 ກິໂລງແມັດ; ມີເນື້ອທີປະມານ 48.520 ແຮ້ກຕາ, ມີ 464 ຫຼັງຄາເຮືອນ, ມີ 622 ຄອບຄົວ, ພົນລະເມືອງ 2,606 ຄົນ; ຍິງ 1,263 ຄົນ ເຊິ່ງເປັນຊົນເຜົ່າກຶມມຸ, ເຊື່ອຖືສອງສາສະໜາ ຄື: ສາສະໜາຜີ, ສາສະໜາເຍຊູ, ອາຊີບຕົ້ນຕໍຂອງປະ ຊາຊົນແມ່ນ ເຮັດໄຮ່, ເຮັດສວນ, ລ້ຽງສັດ, ມີເນື້ອທີ່ການຜະລິດ 20.826 ເຮັດຕາ, ຜົນຜະລິດ 6.000 ໂຕນ; ເນື້ອທີ່ລ້ຽງສັດ 500 ເຮັກຕາ, ມີຄວາຍ 178 ໂຕ, ງົວ 350 ໂຕ, ແບ້ 56 ໂຕ, ໝູ 187 ໂຕ ສະເລ່ຍລາຍຮັບຂອງກຸ່ມ 6.855.258.000 ກີບ/ປີ, ມີພົນລະເມືອງພົ້ນທຸກ ກວມ 77%, ທຸກຍາກ ກວມ 23%.
ນອກນັ້ນ, ຄະນະພັກຮາກຖານກຸ່ມບ້ານ ກໍ່ໄດ້ເອົາໃຈໃສ່ ວຽກ ງານການເມືອງ-ແນວຄິດ ເຮັດໃຫ້ກຸ່ມບ້ານມີຄວາມສະຫງົບປອດ ໄພໂດຍພື້ນຖານ. ພ້ອມນີ້ ບ້ານຍັງມີຂໍ້ສະເໜີຈຳນວນໜຶ່ງ ໂດຍ ສະເພາະແມ່ນການຍົກລະດັບເສັ້ນທາງ ໃຫ້ສາມາດທຽວໄດ້ສອງລະດູ, ນໍ້າລິ້ນ, ຈັດສັນເນື້ອທີ່ທຳການຜະລິດ ແລະ ການແກ້ໄຂປະກົດການຫຍໍ້ທໍ້ ແລະ ອື່ນໆ.
ທ່ານ ພົນໂທ ທອງລອຍ ສີລິວົງ ຮອງລັດຖະມົນຕີ ແລະ ທ່ານ ບຸນຄົງ ຫຼ້າຈຽມພອນ ໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ຜົນງານໃນການຈັດຕັ້ງປະຕິບັດໄລຍະທີ່ຜ່ານມາ ພ້ອມທັງເນັ້ນ ໜັກໃຫ້ ຄະນະພັກ-ຄະນະບັນຊາ ກຸ່ມບ້ານ ມົກສະລະ ຈົ່ງເອົາໃຈໃສ່ວຽກງານການເມືອງແນວຄິດ, ຍົກສູງຄວາມຮັບຜິດຊອບຂອງຕົນ ເປັນເຈົ້າການໃນການເຮັດວຽກງານ ເພື່ອແກ້ໄຂບັນຫາຕ່າງໆ, ພ້ອມທັງສົ່ງເສີມການຜະລິດກະຊິກຳປູກຟັງ-ລ້ຽງສັດເພື່ອພັດ ທະນາເສດຖະກິດຄອບຄົວ ແລະ ສືບຕໍ່ສ້າງພະນັກງານ ໃຫ້ມີຄວາມເຂັ້ມແຂງໜັກແໜ້ນ,ຕ້ອງເປັນແບບຢ່າງ, ເປັນເຈົ້າການໃນການຈັດຕັ້ງປະຕິບັດຂໍ້ກໍານົດ, ກົດລະບຽບຢ່າງເຂັ້ມງວດ ເພື່ອເຮັດສໍາເລັດໜ້າທີ່ວຽກງານທີ່ຂັ້ນເທິງມອບໝາຍໃຫ້.
ຈາກນັ້ນ ສະຫາຍຮອງລັດຖະມົນຕີກະຊວງປ້ອງກັນປະເທດພ້ອມດ້ວຍຄະນະ ກໍ່ໄດ້ມອບເຄືອງອຸປະໂພກ, ບໍລິໂພກໃຫ້ແກ້ກຸ່ມບ້ານມົກສະລະຕື່ມອີກ.
ວັນດຽວກັນ ທ່ານ ພົນໂທ ທອງລອຍ ສີລິວົງ ຮອງລັດຖະມົນຕີ ແລະ ທ່ານ ບຸນຄົງ ຫຼ້າຈຽມພອນ ໄດ້ຮ່ວມເປັນປະທານ ພິທີເປີດຈຸດສຸມມົກສະລະ ລະຫວ່າງ ຄະນະຮັບຜິດ ຊອບວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນາບົດຮອບດ້ານ, ກະຊວງປ້ອງກັນປະເທດ ກັບ ບໍລິສັດ ຄູ່ຮ່ວມພັດ ທະນາ.
ທີ່ມາ: ໂທລະພາບແຂວງອຸດົມໄຊ






