ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງລັດຖະມົນຕີ ກະຊວງ ຖວທ ເຄື່ອນໄຫວເຮັດວຽກງານແຂວງຫລວງນໍ້າທາ

Sep 16, 2024

ວັນທີ 14 ກັນຍາ 2024 ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີ ກະຊວງ ຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງ ທ່ຽວ (ຖວທ) ໄດ້ເດີນທາງໄປເຮັດວຽກຢູ່ແຂວງຫລວງນໍ້າທາ ພ້ອມທັງມອບເງິນ ເພື່ອຊຸກຍູ້ ຊ່ວຍເຫລືອ ພະນັກງານ ຂອງພະແນກ ຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງ ທີ່ປະສົບໄພພິບັດນໍ້າຖ້ວມ ແລະ ຫມູນໃຊ້ເຂົ້າໃນການເຄື່ອນໄຫວວຽກງານຂອງ ພະແນກ ຈໍານວນ 20 ລ້ານກີບ, ຮັບໂດຍ ທ່ານ ສີສຸພັນ ທຳປັນຍາ ຫົວໜ້າ ພະແນກ ຖະແຫລງຂ່າວ ວັດທະນະທໍາ ແລະທ່ອງທ່ຽວ ແຂວງຫລວງນ້ຳທາ.
ຫລັງຈາກນັ້ນ ທ່ານ ຮອງລັດຖະມົນຕີ ໄດ້ລົງຕິດຕາມເບິ່ງສະພາບຄວາມເປັນຈິງ ພື້ນທີ່ ທີ່ໄດ້ຮັບຜົນກະທົບ ພ້ອມທັງຊີ້ນໍາໃຫ້ ພະແນກ ຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງ ເພີ່ມທະວີວຽກງານ ໂຄສະນາປະຊາສໍາພັນ ກ່ຽວກັບວຽກ ງານສຸຂະອະນາໄມ, ສິ່ງທີ່ຄວນລະວັງພາຍຫລັງນໍ້າຫລຸດລົງ ລວມເຖິງການຊ່ວຍເຫລືອຜູ້ປະສົບໄພ ຂອງພາກສ່ວນຕ່າງໆແລະ ໃຫ້ກຳລັງໃຈປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຢູ່ຈຸດ ຮ້ານອາຫານແຟນໃໝ່, ບ້ານໃໝ່, ບ້ານປຸ່ງ ແລະ ບ້ານປ່າສັກ ເຊິ່ງບ້ານດັ່ງກ່າວກໍ່ໄດ້ຮັບຜົນເສຍຫາຍຈາກໄພນ້ຳຖ້ວມໃນຄັ້ງນີ້.
ປະຈຸບັນ ສະພາບນ້ຳໄດ້ບົກແຫ້ງແລ້ງ ແລະ ປະຊາຊົນກໍ່ໄດ້ກັບຄືນເຮືອນຊານເພື່ອອະນາໄມເຮືອນຂອງຕົນ ເຊິ່ງຕາມການສອບຖາມຂອງປະຊາຊົນ ປະຈຸບັນກໍ່ຍັງຕ້ອງການເຄື່ອງບັນເທົາທຸກໂດຍສະເພາະກໍ່ແມ່ນ ເຄື່ອງຢູ່ບ່ອນນອນ, ເຄື່ອງໃຊ້ໃນຊີວິດປະຈໍາວັນ ເພາະວ່ານ້ຳຖ້ວມເຮັດໃຫ້ໄດ້ຮັບຄວາມເສຍຫາຍຈົນນຳໃຊ້ບໍ່ໄດ້.
May be an image of 5 people and text