ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງລັດຖະມົນຕີ ກະຊວງ ຖວທ ສືບຕໍ່ຮັບເຄື່ອງຊ່ວຍເຫລືອຕ້ານໄພນ້ຳຖ້ວມ

Sep 18, 2024

ໃນວັນທີ 17 ກັນຍາ 2024 ນີ້, ທ່ານນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຮັບເຄື່ອງອຸປະໂພກ-ບໍລິໂພກ ຊ່ວຍເຫລືອຕ້ານໄພນ້ຳຖ້ວມ ລວມມູນຄ່າ 30 ລ້ານກີບ ຈາກ ບໍລິສັດລັດຫຸ້ນສ່ວນອຸດສາຫະກຳທ່ອງທ່ຽວລາວ ຈຳກັດ, ຕາງໜ້າມອບໂດຍ ທ່ານ ພັນ ສີລຽວ ປະທານບໍລິສັດລັດຫຸ້ນສ່ວນອຸດສາຫະກຳທ່ອງທ່ຽວລາວ ຈຳກັດ ໂດຍມີພາກສ່ວນກ່ຽວຂ້ອງ ສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.
ໂອກາດດັ່ງກ່າວ, ທ່ານ ນາງ ດາລານີ ພົມມະວົງສາ ໄດ້ສະແດງຕາມຂອບໃຈ ແລະ ຕີລາຄາສູງ ຕໍ່ບໍລິສັດລັດຫຸ້ນສ່ວນອຸດສາຫະກຳທ່ອງທ່ຽວລາວ ຈຳກັດ ທີ່ເຫັນໄດ້ຄວາມສຳຄັນ ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ມາມອບໃຫ້ໃນຄັ້ງນີ້, ພ້ອມທັງຢືນຢັນວ່າຈະນຳເອົາເຄື່ອງທີ່ໄດ້ຮັບໃນຄັ້ງນີ້, ໄປແຈກຢາຍໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ຢ່າງທົ່ວເຖິງ ແນໃສ່ແກ້ໄຂບັນເທົາທຸກໃຫ້ຜູ້ປະສົບໄພໃນເບື້ອງຕົ້ນ ໄດ້ມີຊິວິດການເປັນຢູ່ດີຂຶ້ນ ແລະ ກັບຄືນສູ່ສະພາບປົກກະຕິໂດຍໄວ.
ໃນວັນທີ 16 ກັນຍາ 2024 ຜ່ານມາ, ກໍໄດ້ ມີຫລາຍພາກສ່ວນ ທັງພາກລັດ ແລະເອກະຊົນ ເຂົ້າມາມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນສົດ ເພື່ອຊ່ວຍເຫລືອຕ້ານໄພນ້ຳຖ້ວມ ຢູ່ບັນດາແຂວງ ໃນ ສປປ ລາວ ທີ່ໄດ້ຮັບຜົນກະທົບ ລວມມູນຄ່າ ຫລາຍກວ່າ 147 ລ້ານກີບ.
ຂ່າວ-ພາບ: ທະນູທອງ