ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງລັດຖະມົນຕີ ຖວທ ຢ້ຽມຢາມສະຖານທີ່ທ່ອງທ່ຽວ ແຂວງອຸດົມໄຊ

Mar 4, 2025

ໃນໂອກາດເຄື່ອນໄຫວເຮັດວຽກຢູ່ແຂວງອຸດົມໄຊ ວັນທີ 3 ມີ ນາ 2025, ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະ ແຫລງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ) ພ້ອມດ້ວຍຄະນະ ໄດ້ໄປເຄື່ອນໄຫວຢ້ຽມຢາມສະຖານທີ່ທ່ອງທ່ຽວທໍາມະຊາດ ແລະ ວັດທະນະທໍາເຊັ່ນ: ນໍ້າກັດຢໍລາປ່າ, ຫັດຖະກໍາໄຕລື້ ແລະ ວັດພູທາດ.
ສະຖານທີ່ທ່ອງທ່ຽວນໍ້າກັດຢໍລາປ່າ ເປັນໜຶ່ງໃນສະຖານທີ່ທ່ຽວທ່ຽວທໍາມະຊາດທີ່ສວຍງາມ ແລະ ມີຊື່ສຽງແຫ່ງໜຶ່ງຂອງລາວຕັ້ງຢູ່ຫ່າງຈາກເທສະບານ ເມືອງໄຊ ແຂວງອຸດົມໄຊ ປະມານ 17 ກິໂລແມັດ. ສະຖານທີ່ດັ່ງກ່າວ, ມີບໍລິການຫລາຍກິດຈະກໍາ. ໃນນີ້, ຍັງມີຫໍພິພິທະພັນຊີວະນານາພັນ, ອ່າງປາຄາບ ໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໄດ້ເຂົ້າມາສໍາຜັດຢູ່ສະຖານທີ່ແຫ່ງນີ້ເປັນຈໍານວນຫລວງຫລາຍ ໂດຍສະເພາະໃນໄລ ຍະເທສະການວັນສໍາຄັນຕ່າງໆ, ວັນເສົາ-ອາທິດ ຈະມີນັກທ່ອງ ທ່ຽວລາວ ແລະ ຕ່າງປະເທດເຂົ້າມາທ່ຽວຫລາຍ.
ໃນໂອກາດນີ້, ທ່ານຮອງລັດຖະມົນຕີ ຖວທ ພ້ອມຄະນະ ຍັງໄດ້ໄປຢ້ຽມຫັດຖະກໍາໄຕລື້ ບ້ານປ່າສັກ ເມືອງໄຊ ທີ່ໄດ້ຜະລິດເປັນ ສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ເຊິ່ງໄດ້ ຜະລິດຫັດຖະກໍາແຜ່ນແພ ເປັນຕົ້ນ ສິ້ນ, ເສື້ອ,ແພ, ຖົງ, ກະເປົາ ແລະ ອື່ນໆ ສົ່ງໄປຂາຍທີ່ຕ່າງປະເທດເຊັ່ນ: ຍີ່ປຸ່ນ, ສ ເກົາຫລີ ແລະ ຂາຍພາຍໃນ ທີ່ມີລູກຄ້າປະຈໍານໍາໄປຈໍາໜ່າຍຢູ່ແຂວງຫລວງພະບາງ, ນະຄອນຫລວງວຽງຈັນ, ບັນດາແຂວງອ້ອມຂ້າງ ແລະ ພາຍໃນແຂວງຈໍານວນໜຶ່ງ. ຈາກນັ້ນ, ຄະນະດັ່ງກ່າວ ຍັງໄດ້ໄປກາບໄຫວ້ວັດພູທາດ ໄຊມຸງຄຸນລັດຕະນະມິ່ງເມືອງ ເຊິ່ງເປັນສະຖານທີ່ສັກກາລະບູຊາຂອງປະຊາຊົນພາຍໃນແຂວງອຸດົມໄຊ, ທາດໄຊມຸງຄຸນລັດຕະນະມິ່ງເມືອງ ສ້າງຂຶ້ນໃນສະໄໝເຈົ້າໄຊເສດຖາທິລາດ ປະມານ 400-500 ກວ່າປີ.
ຂ່າວ-ພາບ: ຂັນໄຊ