ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງລັດຖະມົນຕີ ປກສ ລົງຕິດຕາມການຝຶກຊ້ອມສວນສະໜາມ ສະຫຼອງວັນຊາດ ຄົບຮອບ 50 ປີ

Sep 12, 2025

ທ່ານ ພົຈວ ຄອນສະຫວັນ ສົມພາໄຊ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ (ປກສ) ຫົວໜ້າກົມໃຫຍ່ການເມືອງ ປກສ ພ້ອມຄະນະລົງຕິດຕາມການຝຶກຊ້ອມສວນສະໜາມກ້ອນກຳລັງ ປກສ ເພື່ອກະກຽມຄວາມພ້ອມສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີໃນວັນທີ 11 ກັນຍານີ້ ທີ່ວິທະຍາຄານສັນຕິບານປະຊາຊົນ, ມີຄະນະພັກ-ຄະນະບັນຊາ, ກົມກອງອ້ອມຂ້າງກະຊວງ ປກສ, ຄະນະອຳນວຍການ 2 ວິທະຍາຄານ, ຄູຝຶກ ແລະ ນັກສຶກສາເຂົ້າຮ່ວມ.
ທ່ານ ພັອ ເຫວີຍສຸກ ພົມມະຈັນ ຮອງຫົວໜ້າອຳນວຍການວິທະຍາຄານສັນຕິບານປະຊາຊົນ ທັງເປັນຜູ້ຊີ້ນຳການຝຶກຊ້ອມສວນສະໜາມໃຫ້ຮູ້ວ່າ: ການຝຶກຊ້ອມໃນຄັ້ງນີ້, ເພື່ອກະກຽມຄວາມພ້ອມຮັບໃຊ້ງານສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2/12/1975-2/12/2025) ທີ່ຈະຈັດຂຶ້ນໃນມໍ່ໆນີ້ໃຫ້ມີບັນຍາກາດຟົດຟື້ນ ຊຶ່ງກ້ອນກຳລັງສວນສະໜາມໃນຄັ້ງນີ້ມີທັງໝົດ 6 ກ້ອນກໍາລັງຄື: ກ້ອນທຸງຊາດ-ທຸງພັກ, ທຸງໄຊ ປກສ, ກຳລັງຕຳຫຼວດ, ກຳລັງປ້ອງກັນເຄື່ອນທີ່, ກຳລັງປ້ອງກັນສູນກາງ ແລະ ກ້ອນຈະລາຈອນຍິງ ລວມຈຳນວນພົນທັງໝົດ 926 ສະຫາຍ ຍິງ 145 ສະຫາຍ, ໄດ້ເລີ່ມຝຶກຊ້ອມມາແຕ່ວັນທີ 28 ເມສາ 2025 ຈົນເຖິງປັດຈຸບັນ.
No photo description available. May be an image of monument
ໂອກາດດັ່ງກ່າວ, ທ່ານ ພົຈວ ຄອນສະຫວັນ ສົມພາໄຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄູ-ອາຈານ ແລະ ນັກສຶກສາທຸກສະຫາຍທີ່ໄດ້ສຸມສະຕິປັນຍາ, ເຫື່ອແຮງເຂົ້າໃນການຝຶກຊ້ອມ ເຖິງຈະພົບຄວາມຫຍຸ້ງຍາກທາງດ້ານເວລາ, ອຸປະກອນ ແລະ ສະພາບດິນຟ້າອາກາດແຕ່ກໍໄດ້ເອົາໃຈໃສ່ຝຶກຊ້ອມຢ່າງຕັ້ງໜ້າ ພ້ອມທັງເນັ້ນໜັກໃນການປັບປຸງ ແກ້ໄຂຂໍ້ຄົງຄ້າງຕ່າງໆ ເພື່ອໃຫ້ທ່ວງທັນກັບເວລາ ແລະ ຮັບປະກັນໄດ້ຄຸນນະພາບທີ່ວາງໄວ້.
ຂ່າວ-ພາບ: ກະແຕ