ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຢ້ຽມຢາມພະນັກງານບຳນານ ບ້ານຈັດສັນ 194

Jan 20, 2025

ວັນທີ 18 ມັງກອນ 2025 ນີ້, ສະຫາຍ ພົນຕີ ສອນທອງ ພົມລາວົງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ນໍາພາຄະນະເຄືີອນໄຫວຢ້ຽມຢາມພະນັກງານບຳນານ, ບ້ານຈັດສັນ 194 (ຫ້ວຍໝາກພິກ) ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ ທີ່ຈະມາເຖິງນີ້.
ການຢ້ຽມຢາມໃນຄັ້ງນີ້ ເພື່ອເປັນການສະແດງເຖິງ ຄວາມ ເປັນຫ່ວງເປັນໄຍ ແລະ ຄວາມຮູ້ບຸນຄຸນຂອງການນໍາກະຊວງປ້ອງ ກັນປະເທດທີ່ມີຕໍ່ບັນດາສະຫາຍພະນັກງານປະຕິວັດອາວຸໂສ- ບຳນານ, ທີ່ໄດ້ປະກອບສ່ວນສະຕິປັນຍາ, ເລືອດເນື້ອເຫື່ອແຮງເຂົ້າໃນການປະຕິບັດໜ້າທີ່ການເມືອງຂອງຕົນໃນພາລະກິດ ປະຕິ ວັດປົດປ່ອຍປະເທດຊາດໃນເມື່ອກ່ອນ ກໍຄືພາລະກິດປົກປັກ ຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ.
ພ້ອມທັງໄດ້ທົບທວນຄືນ ແລະ ຕີລາຄາສູງຕໍ່ບົດບາດປະຈັນ ບານ ແລະ ຜົນງານຄຸນງາມຄວາມດີຂອງພະນັກງານບໍານານ ແລະ ພະນັກງານຜູ້ເສຍອົງຄະທີ່ໄດ້ຕັ້ງໜ້າປະກອບສ່ວນໃນພາລະກິດປະຕິວັດຊາດ ປະຊາທິປະໄຕ ກໍຄືພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດໃນ ໄລຍະຜ່ານມາ. ພ້ອມທັງສະແດງຄວາມປິຕິຊົມຊື່ນ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ມີໂອກາດມາພົບ ແລະ ໂອ້ລົມບັນດາສະຫາຍພະນັກງານປະຕິວັດອາວຸໂສ- ບຳນານ ບ້ານຈັດສັນ 194 (ຫ້ວຍໝາກພິກ) ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ, ເຊິ່ງເປັນວັນສໍາຄັນ ຢ່າງຍິ່ງຂອງຊາດລາວເຮົາ ເຊິ່ງບັນດາສະຫາຍ ກໍລ້ວນແລ້ວແຕ່ເປັນຜູ້ທີ່ເຄີຍໄດ້ປະກອບສ່ວນອຸທິດ ທາງດ້ານສະຕິ ປັນຍາ, ເຫື່ອແຮງ, ຮ່າງກາຍ ແລະ ເລືອດເນື້ອຂອງຕົນເຂົ້າໃນການຕໍ່ສູ້ກູ້ຊາດ, ປົກປັກຮັກສາຄວາມເປັນເອກະລາດແຫ່ງຊາດ, ປະກອບສ່ວນປັບປຸງກໍ່ສ້າງກອງທັບປະຊາຊົນລາວ ແລະ ເຂົ້າ ຮ່ວມໃນການສູ້ຮົບມີໄຊຢູ່ບັນດາບັ້ນຮົບຕ່າງໆ ແລະ ທັງໄດ້ປະ ກອບສ່ວນສ້າງປະຫວັດສາດ ແລະ ສ້າງກອງທັບວິລະຊົນໃນຕະຫຼອດໄລຍະທີ່ຜ່ານມາ, ມາເຖິງວັນນີ້ກອງທັບປະຊາຊົນລາວ ໄດ້ເຕີບໃຫຍ່ຂະຫຍາຍຕົວ ແລະ ມີອາຍຸໄດ້ 76 ປີ. ກອງທັບເຮົາກໍນັບມື້ເຕີບໃຫຍ່ເຂັ້ມແຂງ ທາງດ້ານປະລິມານ ແລະ ຄຸນນະພາບ, ສາມາດເຮັດຫຼ້ອນໜ້າທີ່ປະຫວັດສາດຂອງຕົນ (ປົດປ່ອຍ ປະເທດຊາດຫຼຸດພົ້ນອອກຈາກການເປັນເມືອງຂື້ນຂອງຊາດອື່ນ, ປົກປັກຮັກສາພັກ, ຮັກສາລະບອບໃໝ່ ແລະ ປະເທດຊາດໄວ້ຢ່າງໝັ້ນຄົງ ຄືດັ່ງໃນທຸກວັນນີ້). ສະແດງຄວາມຂຂອບໃຈ ແລະ ຮູ້ບຸນຄຸນຢ່າງເລິກເຊິ່ງ ຕໍ່ບັນດາສະຫາຍພະນັກງານປະຕິວັດ ຜູ້ອາວຸໂສຂອງກໍາລັງປະກອບອາວຸດ ທີ່ໄດ້ອຸທິດ ແລະ ປະກອບສ່ວນສະຕິປັນຍາ, ເລືອດເນື້ອເທື່ອແຮງຂອງຕົນເຂົ້າໃນພາລະກິດປະຕິວັດ ເວົ້າລວມ, ເວົ້າສະເພາະ ແມ່ນໃນການປັບປຸງກໍ່ສ້າງກໍາລັງປະກອບອາວຸດໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງຢ່າງບໍ່ຢຸດຢັ້ງ ຈົນເຖິງທຸກວັນນີ້.
ໃນໂອກາດເຄື່ອນໄຫວຢ້ຽມຢາມ ຂອງສະຫາຍ ພົນຕີ ສອນທອງ ພົມລາວົງ ພ້ອມດ້ວຍຄະນະໃນຄັ້ງນີ້ ກໍຍັງໄດ້ມອບກະຕ່າດອກໄມ້ ແລະ ວັດຖຸປັດໄຈຈຳນວນໜຶ່ງ ເພື່ອນໍາໄປໝູນໃຊ້ເຂົ້າໃນການພັດທະນາກົມກອງໃຫ້ເຂັ້ມແຂງ, ໜັກແໜ້ນຂຶ້ນເລື້ອຍໆ. ແລະ ຂໍຈົດຈໍາຄຸນງາມຄວາມດີຂອງບັນດາພະນັກງານປະຕິວັດອາວຸໂສທີ່ອຸທິດທັງເລືອດເນື້ອ ແລະ ເຫື່ອແຮງຂອງຕົນເຂົ້າໃນພາລະກິດປະຕິວັດທີ່ມີກຽດສະຫງ່າໄວ້ໃນປື້ມປະຫວັດສາດຂອງຊາດລາວເຮົາຕະຫຼອດໄປ.
ຂ່າວ: ສຸເວດ ສີດາຄໍາ