ໃນວັນທີ 17 ພະຈິກ 2024, ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ຜູ້ຊີ້ນໍາວຽກງານການເມືອງພາກສະໜາມ ໄດ້ລົງຢ້ຽມຢາມໂອ້ລົມກຳລັງເຫຼົ່າຮົບເສນາຮັກ ແລະ ພາກສ່ວນຮັບປະກັນພະລາທິການຢູ່ພາກສະໜາມຫັດແອບຝືກຊ້ອມ ຂະບວນລົດໄຟສັນຕິພາບ-2024 ເພື່ອຊ່ວຍເຫຼື່ອມະນຸດສະທຳດ້ານການແພດສອງກອງທັບລາວ-ຈີນ.
ໂອກາດນີ້,ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ທຸກພາກສ່ວນທີ່ໄດ້ພ້ອມກັນຫ້າງຫາກະກຽມມາປະຕິບັດໜ້າທີ່ຂອງຕົນຢ່າງຕັ້ງໜ້າຢູ່ພາກສະໜາມດ້ວຍຄວາມຮັບຜິດຊອບສູງ, ພ້ອມທັງເນັ້ນໜັກໃຫ້ນັກຝືກຊ້ອມເຫຼົ່າຮົບເສນາຮັກທຸກສະຫາຍ ຈົ່ງສຸມໃສ່ການຝືກຊ້ອມ ເພື່ອນໍາເອົາບັນດາບົດຮຽນຈາກເພື່ອນຈີນ, ໂດຍສະເພາະທາງດ້ານເຕັກນິກ ແລະ ວິຊາການຕ່າງໆ ມາໝູນໃຊ້ເຂົ້າໃນການກອບກູ້ຊ່ວຍເຫຼື່ອຜູ້ທີ່ຖືກບາດເຈັບ, ຜູ້ຖືກເຄາະຮ້າຍຈາກໄພພິບັດທາງທໍາມະຊາດຕົວຈິງຢູ່ປະເທດເຮົາໃຫ້ມີຜົນສໍາເລັດສູງ, ສະນັ້ນ ການຮ່ວມຫັດແອບຝຶກຊ້ອມໃນຄັ້ງນີ້ຈຶ່ງມີຄວາມສໍາຄັນຫຼາຍ ເພື່ອກຽມຄວາມພ້ອມຮັບ ມືກັບເຫດການຕ່າງໆ ທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ, ນອກຈາກນີ້ສະຫາຍຍັງຮຽກຮ້ອງໃຫ້ບັນດາສະຫາຍນັກຝືກຊ້ອມປະຕິບັດ 7 ລະບອບ 18 ວຽກຂອງກອງທັບໃຫ້ເຂັ້ມງວດ, ເພີ່ມທະວີຄວາມສາມັກຄີເປັນເອກະພາບກັບເພື່ອນຈີນໃຫ້ເປັນປຶກແຜ່ນ, ຍົກສູງຄວາມຮັບຜິດຊອບໜ້າ ທີ່ການເມືອງຂອງຕົນ, ອົດທົນຜ່ານຜ່າທຸກຂໍ້ຫຍຸ້ງຍາກໃນການ ຝຶກຊ້ອມ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ.
ຈາກນັ້ນ, ສະຫາຍ ຍັງໄດ້ລົງຢ້ຽມຢາມໂອ້ລົມພາກ ສ່ວນຮັບ ປະກັນວຽກງານພະລາທິການຢູ່ພາກສະໜາມໂດຍໃຫ້ເອົາໃຈໃສ່ຢ່າງຮອບດ້ານ, ເປັນຕົ້ນແມ່ນການປຸງແຕ່ງອາຫານໃຫ້ຄົບ 3 ຄາບ, ອາຫານແຊບນົວ, ສະອາດ ແລະ ຖືກຫຼັກອະນາໄມ ເພື່ອເຮັດໃຫ້ອ້າຍນ້ອງ, ມີສຸຂະພາບແຂງແຮງ ກຽມພ້ອມປະຕິບັດໜ້າຂອງຕົນສໍາເລັດຕາມແຜນການ.
ຂ່າວ: ໜັງສືພິມກອງທັບ







