ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງຫົວໜ້າກົມໃຫຍ່ພະລາທິການ ປກສ ຊຸກຍູ້ວຽກງານພະລາທິການ ຢູ່ຈຸດປ້ອງກັນ 3 ເມືອງ

Oct 9, 2024

ວັນທີ 8 ຕຸລາ 2024 ພົຈວ ພູທອນ ພົນໂພສີລາຫົງ ຮອງຫົວໜ້າ ກົມໃຫຍ່ພະລາທິການ ປກສ ຄະນະປູກລະດົມຂົນຂວາຍກໍ່ສ້າງຮາກຖານການເມືອງ ຢູ່ ນະຄອນຫວງວຽງຈັນ ພ້ອມດ້ວຍຄະນະ ແລະ ທີມແພດໄດ້ລົງເຄື່ອນໄຫວຂຸກຍູ້ວຽກງານປ້ອງກັນຄວາມສະຫົງບແລະ ຊຸກຍູ້ວຽກງານພະລາທິການຢູ່ຈຸດປ້ອງກັນເມືອງສີໂຄດຕະບອງ, ເມືອງນາຊາຍທອງ ແລະ ເມືອງສັງທອງ, ນະຄອນຫຼວງວຽງຈັນ.
ໃນໂອກາດດັ່ງກ່າວ, ທ່ານໄດ້ນຳເຄື່ອງບໍລິໂພກ, ຢາປົວພະຍາດ ແລະ ກວດສຸຂະພາບໃຫ້ແກ່ກຳລັງທີ່ປະຈຳການແຕ່ລະຈຸດທີ່ເຮັດໜ້າທີ່ປ້ອງກັນຢູ່ບັນດາຈຸດຕ່າງໆໃນລະຍະທີ່ ສປປ ລາວ ເປັນເຈົ້າພາບ ຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45.
ພ້ອມນີ້,ໄດ້ສະແດງຄວາມຢ້ຽມຢາມຖາມຂ່າວ ຄວາມເປັນຢູ່ໃນແຕ່ລະຈຸດປ້ອງກັນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະ ແລະ ໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດໜ້າທີ່ປ້ອງກັນເວນຍາມ ໂດຍພື້ນຖານແລ້ວແຕ່ລະຈຸດປ້ອງກັນແມ່ນຮັກສາໄດ້ຄວາມສະຫງົບປອດໄພຮອບດ້ານ.