ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງຫົວໜ້າຫົວໜ້າ ອອປສ ຕ້ອນຮັບ ຫົວໜ້າ ຕ້ານຢາເສບຕິດ ແລະ ບັງຄັບໃຊ້ກົດໝາຍສາກົນ

Jun 25, 2025

ໃນວັນທີ 25 ມິຖຸນາ 2025 ທີ່ອົງການໄອຍະການປະຊາຊົນສູງສຸດ (ອອປສ) ທ່ານ ຄຳເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ຕ້ອນຮັບ ທ່ານ ວິນລ້ຽນ ໂຊເລ້ ຫົວໜ້າຕ້ານຢາເສບຕິດ ແລະ ບັງຄັບໃຊ້ກົດໝາຍສາກົນ, ສະຖານເອກອັກຄະລັດຖະທູດ ສະຫະລັດ ອາເມລິກາ ປະຈຳ ສປປ ລາວ ເຂົ້າຢ້ຽມອຳລາ ໃນໂອກາດສຳເລັດການປະຕິບັດໜ້າທີ່ຢູ່ ສປປ ລາວ.
ໂອກາດດັ່ງກ່າວ, ທ່ານ ຄຳເພັດ ສົມວໍລະຈິດ ໄດ້ສະແດງຄວາມຕ້ອນຮັບອັນອົບອຸ່ນ ແລະ ຊົມເຊີຍຜົນສຳເລັດຂອງ ທ່ານ ວິນລ້ຽນ ໂຊເລ້ ຕະຫລອດໄລຍະການປະຕິບັດໜ້າທີ່ ແລະ ການຮ່ວມມື 3 ປີຜ່ານມາ ໄດ້ປະກອບສ່ວນສຳຄັນ ເຂົ້າໃນການຊ່ວຍເຫລືອດ້ານຕ່າງໆ ເປັນຕົ້ນ ການຝຶກອົບຮົມວຽກງານຕ້ານການຟອກເງິນ, ບັນຫາອາຊະຍາກຳຂ້າມຊາດ, ຕ້ານບັນຫາຢາເສບຕິດ, ພ້ອມທັງໄດ້ມອບພາຫະນະ ແລະ ອຸປະກອນຮັບໃຊ້ວຽກງານວິຊາສະເພາະ ໃຫ້ແກ່ອົງການໄອຍະການປະຊາຊົນສູງສຸດ ເປັນຢ່າງດີ ອັນໄດ້ເຮັດໃຫ້ວຽກງານໄອຍະການປະຊາຊົນ ຂອງ ສປປ ລາວ ໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ, ຮັບປະກັນການປະຕິບັດໜ້າທີ່ວຽກງານ ໄອຍະການໃຫ້ມີປະສິດທິພາບສູງ ແນໃສ່ປົກປ້ອງຜົນປະໂຫຍດຂອງລັດ, ສັງຄົມ, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງ, ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ.
ໂອກາດດຽວກັນ, ທ່ານ ຄຳເພັດ ສົມວໍລະຈິດ ກໍໄດ້ສະແດງຄວາມຂອບໃຈ ແລະ ໄດ້ອວຍພອນໃຫ້ ທ່ານ ວິນລ້ຽນ ໂຊເລ້ ຈົ່ງປະສົບຜົນສຳເລັດຕາມການມອບໝາຍໃນວຽກໃໝ່ ແລະ ຫວັງຢ່າງຍິ່ງວ່າ ສອງຝ່າຍຈະສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມື ຢ່າງບໍ່ຢຸດຢັ້ງ.
ຂ່າວ-ພາບ: ອອປສ