ກອງປະຊຸມຮັບສ່ອງແສງສະພາບແນວຄິດ-ຫາງສຽງສັງຄົມ ຈັດຂຶ້ນໃນວັນທີ 2 ກຸມພາ2026 ຢູ່ແຂວງບໍລິຄຳໄຊ ໂດຍການເປັນປະທານຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍ ເລື່ອນວິໄລ ຈັນທະລາພັນ ຮອງເລຂາຄະນະບໍລິຫານງານພັກແຂວງ, ຜູ້ຊີ້ນຳວຽກງານການເມືອງແນວຄິດ-ວຽກງານພັກພະນັກງານຂັ້ນແຂວງ, ຫົວໜ້າຄະນະຮັບຜິດຊອບຊີ້ນຳວຽກງານຕິດຕາມ, ເກັບກຳສະພາບແນວຄິດ-ຫາງສຽງສັງຄົມຂັ້ນແຂວງ, ມີຄະນະປະຈຳພັກ, ຄະນະກຳມະການພັກ, ຄະພັກຮາກຖານ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ວັນໄຊ ເງຍຈັນທະສອນ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ລາຍງານວຽກງານການເມືອງ-ແນວຄິດ ແລະ ຕິດຕາມ, ເກັບກຳສະພາບແນວຄິດ-ຫາງສຽງສັງຄົມໃນໄລຍະ 1 ປີຜ່ານມາວ່າ: ຄະນະພັກ, ຄະນະນໍາແຕ່ລະຂັ້ນ ໄດ້ເອົາໃຈໃສ່ສຶກສາອົບຮົມການ ເມືອງ-ແນວຄິດ ດ້ວຍຫລາຍຮູບແບບ, ຫລາຍວິທີການ ໂດຍການເຜີຍແຜ່-ເຊື່ອມຊຶມບັນດາມະຕິ, ຄໍາສັ່ງ ແລະ ນິຕິກຳຕ່າງໆຂອງພັກ-ລັດ, ຈັດຕັ້ງໂຄສະນາ-ປາຖະກະຖາວັນສໍາຄັນທາງປະຫວັດສາດຢ່າງເປັນປົກກະຕິ-ຕໍ່ເນື່ອງ, ຄຽງຄູ່ກັບການຕິດຕາມ, ເກັບກຳ ແລະ ແກ້ບັນດາປະກົດການຫຍໍ້ທໍ້, ຫາງສຽງສັງຄົມທີ່ເກີດຂຶ້ນຢູ່ໃນແຕ່ລະຂົງເຂດຢ່າງຕັ້ງໜ້າ ແລະ ຫ້າວຫັນ. ໃນນັ້ນ, ວຽກຕິດຕາມເກັບກຳສະ ພາບແນວຄິດ-ຫາງສຽງສັງຄົມ. ຄະນະຮັບຜິດຊອບຂັ້ນແຂວງ ແລະ ຂັ້ນເມືອງ ໄດ້ເອົາໃຈໃສ່ປະຕິບັດພາລະບົດບາດ, ສິດ-ໜ້າທີ່ຂອງຕົນໃນການຕິດຕາມ, ເກັບກຳສະພາບແນວຄິດ-ຫາງສຽງສັງຄົມໃນທົ່ວແຂວງ, ເປັນເຈົ້າການຈັດກອງປະຊຸມຮັບສ່ອງແສງ-ລາຍງານປະຈຳເດືອນເປັນປົກກະຕິ ເດືອນລະ 1 ຄັ້ງ ຊຶ່ງຂັ້ນແຂວງໄດ້ຮັບຫາງສຽງ 10 ບັນຫາ, ຂັ້ນເມືອງ ໄດ້ຮັບ 58 ບັນຫາ.

ໂອກາດນີ້, ສະຫາຍ ລາວປາວຊົ່ງ ນະວົງໄຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ຄະນະພັກ, ຄະນະນຳຂອງແຂວງຍາດມາໄດ້ໃນໄລຍະຜ່ານມາ ແລະ ໃຫ້ທິດຊີ້ນຳໃນຕໍ່ໜ້າຕ້ອງເພີ່ມທະວີຄວາມຮັບຜິດຊອບ ຕໍ່ວຽກງານສ່ອງແສງຂ່າວໃຫ້ສູງຂຶ້ນກວ່າເກົ່າ ໂດຍເລີ່ມຈາກການສືບຕໍ່ຄົ້ນຄວ້າ, ເຊື່ອມຊຶມ ແລະ ກຳແໜ້ນບັນດາມະຕິ, ຄໍາສັ່ງຂອງພັກ ແລະ ບັນດານິຕິກຳຕ່າງໆທີ່ກ່ຽວຂ້ອງ ທີ່ເປັນເຂັມຊີ້ທິດເຍືອງທາງໃຫ້ແກ່ວຽກງານຂອງພວກເຮົາ ເຊັ່ນ: ມະຕິກອງປະຊຸມວຽກງານການເມືອງແນວຄິດທົ່ວປະເທດ ຄັ້ງທີ V, ມະຕິກົມການເມືອງສູນກາງພັກ ສະບັບເລກທີ 206/ກມສພ ວ່າດ້ວຍ ການຍົກສູງວຽກງານການເມືອງ-ແນວຄິດໃນໄລຍະໃໝ່, ຄໍາສັ່ງ ຂອງຄະນະເລຂາທິການສູນກາງພັກ ສະ ບັບເລກທີ 04/ຄລສພ ແລະ ຄໍາແນະນໍາ ສະບັບເລກທີ 08/ຄອສພ ວ່າດ້ວຍການເພີ່ມທະວີວຽກງານຕິດຕາມ, ເກັບກຳສະພາບແນວຄິດ-ຫາງສຽງສັງຄົມ. ເພື່ອເຮັດໃຫ້ບັນດາຄໍາສັ່ງ ແລະ ແນວທາງດັ່ງກ່າວ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ ແລະ ມີປະສິດທິຜົນສູງສຸດ ພວກເຮົາຕ້ອງມີຄວາມເປັນເອກະພາບທາງດ້ານຈິດໃຈ, ຫັນເອົາເນື້ອໃນດັ່ງກ່າວມາເປັນແຜນງານ ແລະ ໜ້າວຽກລະອຽດຂອງແຕ່ລະພາກສ່ວນ. ພ້ອມນີ້, ສະຫາຍຍັງໄດ້ເນັ້ນ 3 ບັນຫາສໍາຄັນ ເພື່ອນໍາໄປຄົ້ນຄວ້າ ແລະ ຜັນຂະຫຍາຍຕື່ມ ເປັນຕົ້ນ ດ້ານກົນໄກການເກັບກໍາ ພວກເຮົາຈະເຮັດແນວໃດ ເພື່ອໃຫ້ການຕິດຕາມ ແລະ ເກັບກຳ ສະພາບແນວຄິດ-ຫາງສຽງສັງຄົມ ມີລັກສະນະກວ້າງຂວາງ, ທົ່ວເຖິງ ແລະ ວ່ອງໄວ ໂດຍສະເພາະແມ່ນການນໍາໃຊ້ເຄື່ອງມືທີ່ທັນສະໄໝ ເຂົ້າໃນການກັ່ນຕອງຂໍ້ມູນຂ່າວສານໃນໂລກອອນລາຍ; ດ້ານການສັງຮວມຂໍ້ມູນ ພວກເຮົາຈະເຮັດແນວໃດ ເພື່ອໃຫ້ການສະຫລຸບສັງຮວມບັນຫາ ມີຄວາມຖືກຕ້ອງ, ຄົບຖ້ວນ, ກະທັດຮັດ ແລະ ເຂົ້າໃຈງ່າຍ ເພື່ອໃຫ້ຂໍ້ມູນນັ້ນສະທ້ອນເຖິງ “ສຽງຂອງມວນຊົນ” ຢ່າງແທ້ຈິງ ແລະ ດ້ານການວິເຄາະ ແລະ ວິໄຈ ພວກເຮົາຈະເຮັດແນວໃດ ເພື່ອໃຫ້ການວິເຄາະ-ວິໄຈບັນຫາມີຄວາມເລິກເຊິ່ງ ແລະ ມີວິທະຍາສາດເພື່ອໃຫ້ຂໍ້ມູນເຫລົ່ານັ້ນກາຍເປັນບ່ອນອີງທີ່ໜັກແໜ້ນ ແລະ ເປັນປະໂຫຍດ ໃຫ້ແກ່ການນໍາຂັ້ນເທິງໃນການພິຈາລະນາຕົກລົງ ແລະ ຊີ້ນຳແກ້ໄຂບັນຫາຢ່າງທັນການ.
ຂ່າວ-ພາບ: ສຳນານ


